spot_img
Homeຂ່າວທ້ອງຖິ່ນສຳຫຼວດສະໜາມບິນເກົ່າເມືອງວັງວຽງ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວແບບຍືນຍົງ

ສຳຫຼວດສະໜາມບິນເກົ່າເມືອງວັງວຽງ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວແບບຍືນຍົງ

Published on

ໃນວັນທີ 28 ກຸມພາ 2017 ຜ່ານມາ ທີ່ພະແນກແຜນການ ແລະການລົງທຶນແຂວງວຽງຈັນ ໄດ້ມີພິທີລົງນາມບັນທຶກຄວາມເຂົ້າໃຈ ແລະ​ອະນຸມັດ ​ໃຫ້ບໍລິສັດອີຈິນ ວິສາຫະກຳ ກໍ່ສ້າງລາວຈຳກັດ ສຶກສາຄວາມເປັນໄປໄດ້ ແລະ ສຳຫລວດອອກແບບ ໂຄງການພັດທະນາສະໜາມບິນເກົ່າ ເມືອງວັງວຽງ ແຂວງວຽງຈັນ ​ໃຫ້​ກາຍແຫລ່ງທ່ອງທ່ຽວ​ ແບບ​ຍືນຍົງ, ຄາດ​ວ່າ​ຈະ​ມີການລົງທຶນກວ່າ 200 ລ້ານໂດລາສະຫາລັດ ລະຫວ່າງທ່ານ ສຸກັນ ວິໄລຣັດ ຫົວໜ້າພະແນກ ແລະການລົງທຶນ ແຂວງວຽງຈັນກັບ ທ່ານ ຫລິວຟູ້ກວາງ ປະທານ ບໍລິສັດອີຈິນ ວິສາຫະກຳກໍ່ສ້າງລາວ ຈຳກັດ ໂດຍມີ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງວຽງຈັນ ພ້ອມການນຳກ່ຽວຂ້ອງ ສອງ​ຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ສຳລັບເຂດທີ່ຈະສຶກສາ-ສຳຫລວດ ຄວາມເປັນໄປໄດ້ ແມ່ນຢູ່ສະໜາມບິນເກົ່າ ເມືອງວັງວຽງ ມີເນື້ອທີ່ 15 ເຮັກຕາກວ່າ ເຊິ່ງກວມເອົາ 5 ບ້ານ ຂອງເມືອງວັງວຽງ ໂດຍຈະ​ໃຊ້​ເວລາ 12 ເດືອນ ​ເຊິ່ງບໍລິສັດ ຕ້ອງອອກແບບ ໂຄງການຕາມສັນຍາລັກ ກໍຄື ເມືອງວັງວຽງ ແລະອອກແບບຕາມແຜນການ ທີ່ໄດ້ສະເໜີ ໃນເບື້ອງຕົ້ນ ຄື: ຫ້ອງວາງສະແດງສິລະປະ, ຫ້ອງວາງສະແດງ, ຫ້ອງສຳພັດນ້ຳແຂງ, ສວນນ້ຳພຸ, ສູນການຄ້າ, ໂຮງແຮມ, ອາພາດເມັນ, ຮ້ານກິນດື່ມ, ສະຖານທີ່ບັນເທີງເດັກ, ຕະຫລາດນ້ຳ, ສວນນ້ຳ, ບ່ອນຈອດລົດ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ເຊິ່ງກິດຈະກຳທັງໝົດ ຕ້ອງໄດ້ມີການຮັບຮອງ ຈາກພາກ ລັດຕາມລະບຽບກົດໝາຍ.

ໃນກອງປະຊຸມນີ້ ທ່ານນາງ ແກ້ວມະນີວອນ ຜາລີຂັນ ຜູ້ອຳນວຍການບໍລິສັດ ຜາລີຂັນ ໃນນາມຜູ້ລົງທຶນຮ່ວມກັບ ບໍລິສັດອີຈິນ ວິສາຫະກຳກໍ່ສ້າງລາວ ຈຳກັດ ກ່າວວ່າ: ຖ້າວ່າຜົນຂອງການສຳຫລວດ ພາຍໃນ 12 ເດືອນ ຫາກມີຄວາມເປັນໄປໄດ້ ກໍຈະໄດ້ລົງມືຈັດຕັ້ງປະຕິບັດ ບັນດາກິດຈະກຳຕ່າງໆ ຕາມບົດບັນທຶກ ແລະ ຈະສ້າງໃຫ້ສຳເລັດ ຕາມ​ຄາດໝາຍ. ພ້ອມ​ນີ້, ທາງບໍລິສັດ ຈະເອົາໃຈໃສ່ອານຸລັກ ສິ່ງແວດລ້ອມ ເພື່ອການທ່ອງທ່ຽວ ແບບສີຂຽວ ​ແລະ ຍືນຍົງ ​ເປັນອັນດັບໜຶ່ງ ເຮັດໃຫ້ເມືອງວັງວຽງ ກາຍເປັນສະຖານ​ທີ່ທ່ອງທ່ຽວ ທີ່ຮູ້ຈັກໄປທົ່ວໂລກ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...