spot_img
Homeຂ່າວຕ່າງປະເທດສົມເດັດພະລາຊາທິບໍດີ ແຫ່ງຊາອຸດິອາຣະເບຍ ສະເດັດຢ້ຽມຢາມອິນໂດເນເຊຍ

ສົມເດັດພະລາຊາທິບໍດີ ແຫ່ງຊາອຸດິອາຣະເບຍ ສະເດັດຢ້ຽມຢາມອິນໂດເນເຊຍ

Published on

ສຳນັກຂ່າວເອເອຟຟີລາຍງານ ເມື່ອວັນທີ 1 ມີນາ 2017 ຜ່ານມາວ່າ ສົມເດັດພະລາຊາທິບໍດີ ຊັລມານ ບິນ ອັບດຸລ ອາຊິຊ ແຫ່ງຊາອຸດິອາຣະເບຍ ໄດ້ສະເດັດໄປຢ້ຽມຢາມອິນໂດເນເຊຍເປັນຄັ້ງທຳອິດໃນຮອບ 47 ປີ ແລະໄດ້ຊົງລົງນາມກັບ ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ໃນຂໍ້ຕົກລົງວ່າດ້ວຍການຮ່ວມມື 11 ສະບັບ ເຊິ່ງມີຕັ້ງແຕ່ເລື່ອງການຄ້າ ຈົນຮອດເລື່ອງການບິນ, ວິທະຍາສາດ, ສຸຂະພາບ ແລະການຮ່ວມມືປາບປາມອາດຊະຍາກຳ, ນອກຈາກນັ້ນຍັງມີການລົງທຶນດ້ານພະລັງງານນໍ້າມັນ ລະຫວ່າງບໍລິສັດລັດວິສາຫະກິດ ອາຣັມໂກ ກັບເປີຕາມິນາ ມູນຄ່າ 6,000 ລ້ານດອນລາ

ການສະເດັດຢ້ຽມຢາມ ຂອງປະມຸກຊາອຸດິອາຣະເບຍໃນຮອບ 47 ປີຄັ້ງນີ້ ມີຜູ້ຕິດຕາມກວ່າ 1,000 ຄົນ ລວມເຖິງບັນດາເຈົ້າຊາຍ ແລະລັດຖະມົນຕີ, ນອກນັ້ນຍັງມີເຄື່ອງໃຊ້ທີ່ຂົນສົ່ງທາງອາກາດກວ່າ 460 ໂຕນ ລວມເຖິງລົດລີມູຊີນ ແລະຂັ້ນໄດເລື່ອນ

ທາງດ້ານອິນໂດເນເຊຍໄດ້ຈັດພິທີຕ້ອນຮັບ ສົມເດັດພະລາຊາທິບໍດີ ຊັລມານ ບິນ ອັບດຸລ ອາຊິຊ ແຫ່ງຊາອຸດິອາຣະເບຍ ຢູ່ທີ່ພະລາຊະວັງໂບກໍ ທາງພາກໃຕ້ຂອງນະຄອນຫຼວງຈາກາຕາ ຢ່າງສົມພະກຽດ, ນອກນັ້ນຍັງລະດົມເຊບ 150 ກວ່າຄົນ ເພື່ອເຮັດອາຫານໃນງານລ້ຽງຕ້ອນຮັບ

ທ່ານ ວິໂດໂດ ເວົ້າວ່າ ການສະເດັດຢ້ຽມຢາມຄັ້ງນີ້ເປັນປະຫວັດສາດ ໃນຖານະທີ່ອິນໂດເນເຊຍເປັນປະເທດທີ່ມີປະຊາກອນມຸດສະລິມຫຼາຍທີ່ສຸດໃນໂລກ ແລະມີຄວາມສຳພັນໃກ້ຊິດກັບຊາອຸດິອາຣະເບຍ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...