Homeຂ່າວພາຍ​ໃນຈະແຈ້ງ! ລັດຖະບານລາວຢືນຢັນຍັງບໍ່ມີແຜນຈະນໍາເອົາທ້າວ ໄຊຊະນະມາດໍາເນີນຄະດີຢູ່ລາວ

ຈະແຈ້ງ! ລັດຖະບານລາວຢືນຢັນຍັງບໍ່ມີແຜນຈະນໍາເອົາທ້າວ ໄຊຊະນະມາດໍາເນີນຄະດີຢູ່ລາວ

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 1/3/2017 ວ່າ ວິທະຍຸກະຈາຍສຽງແຫ່ງຊາດລາຍງານລັດຖະບານລາວຢືນຢັນບໍ່ມີແຜນຈະນຳເອົາທ້າວໄຊຊະນະ ແກ້ວພິມພາຜູ້ຄ້າຂາຍຢາເສບຕິດລາຍໃຫ່ຍມາດຳເນີນຄະດີຢູ່ລາວ ເນື່ອງຈາກທ້າວ ໄຊຊະນະຖືກຈັບຢູ່ໄທຕ້ອງປະຕິບັດຕາມກົດໜາຍຂອງໄທ ແຕ່ເຈົ້າໜ້າທີ່ລາວ ແລະໄທຕ້ອງປະສານສົມທັບກັນຕື່ມເພື່ອສືບຕໍ່ນຳເອົາຜູ້ມີສ່ວນກ່ຽວຂ້ອງມາດຳເນີນຄະດີຕາມກົດໜາຍ.

ທ່ານ ຈະເລີນ ເຢຍປ່າວເຮີ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໃນນາມໂຄສົກລັດຖະບານ ໃຫ້ສໍາພາດພາຍຫລັງຖະແຫລງຂ່າວກ່ຽວກັບຜົນກອງປະຊຸມລັດຖະບານສະໄໜສາມັນປະຈຳເດືອນກຸມພາເມື່ອບໍ່ດົນມານີ້, ທີ່ສຳນັກງານນາຍົກລັດຖະມົນຕີວ່າ: ລັດຖະບານບໍ່ໄດ້ຕັ້ງບັນຫາວ່າຊິນຳຕົວທ້າວ ໄຊຊະນະມາລາວ ຫລືຈະດຳເນີນຄະດີຢູ່ໄທ ຊື່ງແນ່ນອນລັດຖະບານກໍ່ຄືເຈົ້າໜ້າທີ່ລາວ ແລະ ໄທຕ້ອງໄດ້ປະສານສົມທົບກັນ ເພື່ອປະຕິບັດກົດໜາຍລະຫວ່າງປະເທດໃຫ້ຖືກຕ້ອງ, ເຂັ້ມງວດ ແລະ ບໍ່ສາມາດອະນຸລົມໃຫ້ຜູ້ກະທຳຜິດກົດໜາຍອີກຕໍ່ໄປ.

ໃນກອງປະຊຸມລັດຖະບານສະໄໜສາມັນປະຈຳເດືອນກຸມພາໄດ້ຮັບຟັງການລາຍງານຢ່າງເປັນລະບົບຄົບຊຸດຈາກລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບກ່ຽວກັບສະ ພາບລວມປະກົດການຫຍໍ້ທໍ້ຕ່າງໆເຊັ່ນກັນ. ທ້າວ ໄຊຊະນະ ແກ້ວພິມພາ ຫລືວັນລົບອາຍຸ 42 ປີ ຖືກເຈົ້າໜ້າທີ່ຕຳຫລວດໄທຈັບໃນວັນທີ 19 ມັງກອນປີນີ້, ທີ່ສະຫນາມບິນສຸວັນນະພູມ ພາຍຫລັງເດີນທາງກັບຈາກພູເກັດ ປະເທດໄທໃນຂໍ້ຫາເປັນ ເຄື່ອຂ່າຍຄ້າຢາເສບຕິດລາຍໃຫຍ່ ແລະພົວພັນກັບກຸ່ມຄ້າຢາເສບຕິດລາຍໃຫຍ່ໃນພາກໃຕ້ຂອງໄທ, ປະຈຸບັນຜູ້ກ່ຽວຍັງຖືກດຳເນີນຄະດີຢູ່ໄທ. ເມື່ອບໍ່ດົນມານີ້ ພົນຈັດຕະວາ ທອງເຫລັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕຳ ຫລວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງຂ່າວກ່ຽວກັບເຫດການແກ້ໄຂເຄືອຄ່າຍກຸ່ມເປົ້າ ໝາຍຄ້າ – ຂາຍຢາເສບຕິດ ແລະຕິດພັນກັບບັນຫາອາວຸດເສິກແຕ່ພາກເໜືອລົງຮອດພາກໃຕ້ ນັບແຕ່ ວັນທີ 16 ກັນຍາ 2016 ເຖິງວັນທີ 24 ມັງກອນປີນີ້ ສາມາດຈັບຕົວຜູ້ຖືກຫາໄດ້ທັງໝົດ 33 ຄົນ, ຍິງ 11 ຄົນ ຢືດຂອງກາງຄະດີໄດ້ຫລາຍລາຍການເຊັ່ນ: ຢາເສບຕິດຫລາຍຊະນິດ, ອາວຸດເສີກ (ປຶນ)ຫລາຍກະບອກ, ເງິນສົດສະກຸນຕ່າງໆ, ວັດຖຸມີຄ່າຈຳນວນໜຶ່ງ ແລະ ອື່ນໆ, ອາຍັດເຮືອນ, ໂຮງແຮມ, ຕະຫລາດ, ຮ້ານອາຫານ, ໂຮງເຟີນີເຈີ້, ໂຮງງານສັງກະສີ, ສາງ, ກາລາລົດ, ຫ້ອງແຖວ, ປ້ຳນ້ຳມັນ, ລົດໃຫຍ່, ເຮືອແຈັດສະກີ ແລະ ອື່ນໆ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...