Homeຂ່າວເຫດການລາວ-ໄທ ລົງນາມຂໍ້ຕົກລົງວ່າດ້ວຍການຈ້າງງານ

ລາວ-ໄທ ລົງນາມຂໍ້ຕົກລົງວ່າດ້ວຍການຈ້າງງານ

Published on

ໃນວັນທີ 28 ກຸມພາ 2017 ຜ່ານ​ມານີ້, ທີ່ຫົວຫີນ ​ແຂວງປະຈວບຄີລີຂັນ ປະເທດໄທ, ໄດ້ມີພິທີລົງນາມ ຂໍ້ຕົກລົງວ່າດ້ວຍການຈ້າງງານ ລະຫ່ວາງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົນ ແຫ່ງ ສປປ ລາວ ແລະ ທ່ານ ພົອ ສີວິໄຊ ລັດຖະມົນຕີກະຊວງແຮງງານ ແຫ່ງ ຣາຊະອານາຈັກໄທ ​ເຊິ່ງມີຄະນະທັງສອງຝ່າຍເຂົ້າ

ຂໍ້ຕົກລົງວ່າດ້ວຍການຈ້າງງານ ປະກອບ​ມີ: ສັນຍາການຈ້າງແຮງງານ ທີ່ໄດ້ຮັບການຮັບຮອງ ໂດຍອົງການທີ່ຖືກມອບສິດ ຂອງປະເທດຜູ້ຮັບຈະມີກຳນົດໄລຍະເວລາການຈ້າງແຮງງານ ລະຫວ່າງຜູ້ໃຊ້ແຮງງານ ແລະຜູ້ອອກແຮງງານ ໃນໄລຍະສອງປີ, ໄລຍະເລວາຂອງສັນຍາການຈ້າງແຮງງານ ສາມາດຕໍ່ໄດ້ ອີກສອງປີ ຫາກເຫັນວ່າມີຄວາມຈໍາເປັນ ພາຍຫລັງຈາກຄົບກໍານົດໄລຍະເວລາ ການຈ້າງແຮງງານແລ້ວ ຜູ້ອອກແຮງງານຕ້ອງເດີນທາງກັບປະເທດຕົ້ນທາງ. ໃນກໍລະນີ ທີ່ຈະສະໝັກເຂົ້າເຮັດວຽກ ໃນປະເທດຜູ້ຮັບອີກເທື່ອໜຶ່ງ ຜູ້ອອກແຮງງານ ຈະຕ້ອງກັບປະເທດຕົ້ນທາງເປັນເວລາ 30 ວັນ ກ່ອນທີ່ຈະສາມາດສະໝັກເຂົ້າມາເຮັດວຽກໃດ້ອີກເທື່ອໃໝ່. ຜູ້ອອກແຮງງານ ສາມາດເຮັດວຽກໄດ້ພາຍຫລັງ ໄດ້ຮັບອະນຸຍາດຈາກອົງການ ທີ່ຖືກມອບສິດຂອງປະເທດຜູ້ຮັບ ແລະ ຕ້ອງເຮັດວຽກກັບຜູ້ໃຊ້ແຮງງານ ແລະ ໃນພື້ນທີ່ ທີ່ໄດ້ຮັບອະນຸຍາດເທົ້ານັ້ນ.

ກໍລະນີຜູ້ອອກແຮງງານ ໄດ້ຮັບບາດເຈັບ ຫລື ເສຍຊີວິດ ຈາກການເຮັດວຽກ, ເຈັບປ່ວຍຮ້າຍແຮງ ຫລື ໄດ້ຜົນກະທົບຈາກໄພພິບັດທໍາມະຊາດ, ສົງຄາມ, ພະຍາດລະບາດຮ້າຍແຮງ ໃນໄລຍະການປະຕິບັດ ສັນຍາການຈ້າງແຮງງານ. ອົງການຈັດສົ່ງ ຕ້ອງກະກຽມສັນຍາການຈ້າງແຮງງານ ພ້ອມທັງເອກະສານສໍາຄັນກ່ຽວຂ້ອງຕ່າງໆ ໃຫ້ແກ່ຜູ້ອອກແຮງງານ.

ລັດຖະບານ​ສອງ​ປະ​ເທດ ​ເປັນ​ເອກະ​ພາບສົ່ງເສີມການຮ່ວມມື ດ້ານການຈ້າງແຮງງານຂອງຄູ່ພາຄີ ໃຫ້ມີການພັດທະນາໃຫ້ດີຂຶ້ນ ແນໃສ່ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ດ້ານແຮງງານ ໃນການ ພັດທະນາເສດຖະກິດ-ສັງຄົມ ແລະການປົກປ້ອງສິດ-ຜົນປະໂຫຍດຂອງຜູ້ອອກແຮງງານ ໃຫ້ຖືກຕ້ອງ ຕາມຫລັກການ, ກົດໝາຍ ແລະ ລະບຽບການຂອງແຕ່ລະປະເທດ, ການເຮັດສັນຍາການຈ້າງງານ ​ແມ່ນເພື່ອອໍານວຍຄວາມສະດວກ ແລະ ຮັບປະກັນຂະບວນການຈ້າງ ແຮງງານ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງຄູ່ພາຄີ​ ໃຫ້ມີຄວາມໂປ່ງໃສ ແລະ ມີປະສິດທິພາບ, ຮ່ວມມືກັນສະກັດກັ້ນ  ແລະ ຕ້ານການຄ້າມະນຸດ ເພື່ອການຈ້າງແຮງງານ ແລະ ການເຂົ້າ-ອອກເມືອງ ທີ່ຜິດກົດໝາຍ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...