Homeຂ່າວເຫດການນະຄອນຫຼວງ ເອົາໃຈໃສ່ກວດກາການໃຊ້ສານກັນບູດແຊ່ໃນອາຫານສົດ

ນະຄອນຫຼວງ ເອົາໃຈໃສ່ກວດກາການໃຊ້ສານກັນບູດແຊ່ໃນອາຫານສົດ

Published on

ຕາມການລາຍງານຂອງຂະແໜງລ້ຽງສັດ ແລະການປະມົງພະແນກກະສິກໍາ-ປ່າໄມ້ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໄດ້ແຕ່ງຕັ້ງໜ່ວຍງານ ລົງຕິດຕາມກວດກາສະພາບການລັກລອບໃຊ້ສານກັນບູດ (ຟອກໂມນ) ແຊ່ໃນອາຫານສົດ, ໂດຍສະເພາະປະເພດຊີ້ນ, ປາ, ເຄື່ອງໃນສັດ ແລະອາຫານທະເລຕ່າງໆ ຂອງຊາວຄ້າຂາຍຕາມທ້ອງຕະຫລາດໃຫຍ່ ໃນຕົວເມືອງ ໃນໄລຍະເດືອນກຸມພາຜ່ານມາ ປະກົດວ່າສະພາບດັ່ງກ່າວໄດ້ມີທ່າອ່ຽງຫລຸດລົງຫລາຍ ແລະ ຢູ່ຕະຫລາດຫລາຍແຫ່ງກໍບໍ່ພົບເຫັນການໃຊ້ສານດັ່ງກ່າວ.

ຍ້ອນຂະແໜງກ່ຽວຂ້ອງໄດ້ເອົາໃຈໃສ່ກວດກາເປັນປະຈຳ ແລະສຶກສາອົບຮົມແມ່ຄ້າທີ່ສວຍໂອກາດນຳໃຊ້ສານດັ່ງກ່າວຕາມກໍລະນີໜັກເບົາ ເພື່ອຄວບຄຸມການດ້ານໂພສະນາການໃຫ້ຖືກຕ້ອງຕາມຫຼັກອະນາໄມ ແລະບໍ່ມີສານປົນເປື້ອນຕ່າງໆ ທີ່ສົ່ງຜົນບໍ່ດີຕໍ່ສຸຂະພາບຜູ້ບໍລິໂພກ

ສານດັ່ງກ່າວ ເປັນສານເຄມີທາງການແພດ ຖ້າຜູ້ໃດຫາກກິນ ຫຼືດົມສານດັ່ງກ່າວເຂົ້າສູ່ຮ່າງກາຍ ຈະສົ່ງຜົນກະທົບສູ່ລະບົບຫາຍໃຈ, ສະໝອງ, ລະບົບຍ່ອຍອາຫານ ແລະທຳລາຍຈຸລັງຕ່າງໆ ເຮັດໃຫ້ສຸພາບອ່ອນເພະ ແລະພະຍາດອື່ນໆແຊກຊ້ອນ ໂດຍສະເພາະແມ່ນພະຍາດມະເຮັງ

ແຫຼ່ງຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...