Homeສຸຂະພາບ ແລະ ສີ່ງແວດລ້ອມເຫດຜົນທີ່ຜູ້ຍິງຊ່ວງເປັນປະຈຳເດືອນ ບໍ່ຄວນກິນນໍ້າເຢັນ

ເຫດຜົນທີ່ຜູ້ຍິງຊ່ວງເປັນປະຈຳເດືອນ ບໍ່ຄວນກິນນໍ້າເຢັນ

Published on

ຊ່ວງເປັນປະຈຳເດືອນ ເປັນຊ່ວງທີ່ຜູ້ຍິງອ່ອນແອ ແລະຜູ້ຍິງບາງຄົນກໍມີອາການທີ່ແຕກຕ່າງກັນໄປ ບາງຄົນເຈັບທ້ອງ, ບາງຄົນສິວຂຶ້ນ, ຢາກກິນສົ້ມ, ຢາກກິນອາຫານທີ່ມີລົດຊາດສົ້ມ, ໜ້າເອິກໃຫຍ່ ແລະຫງຸດຫງິດງ່າຍ

ໃນຊ່ວງເປັນປະຈຳເດືອນ ພູມຄຸ້ມກັນພະຍາດຕ່າງໆ ຂອງແມ່ຍິງຈະຫຼຸດລົງ ຈຶ່ງເປັນທີ່ມາຂອງຄຳວ່າ ຜູ້ຍິງມີປະຈຳເດືອນ ຫ້າມກິນນໍ້າເຢັນ ຫ້າມກິນໄອສະຄີມ ຫຼືແມ່ນແຕ່ຫ້າມອາບນໍ້າເຢັນ ເພາະໃນຊ່ວງທີ່ຮ່າງກາຍອ່ອນແອຢູ່ແລ້ວ ຈະເຮັດໃຫ້ອຸນຫະພູມໃນຮ່າງກາຍຂອງເຮົາເຢັນລົງກວ່າປົກກະຕິ ແລະເຊື້ອພະຍາດທີ່ມີຢູ່ໃນຮ່າງກາຍຢູ່ແລ້ວ ຫລືມາຈາກສິ່ງແວດລ້ອມອ້ອມຕົວ ຈະສາມາດເຂົ້າມາທຳຮ້າຍສຸຂະພາບຂອງເຈົ້າ ຈົນເຮັດໃຫ້ບໍ່ສະບາຍໄດ້

ວິທີດູແລສຸຂະພາບລະຫວ່າງເປັນປະຈຳເດືອນ

  • ນອນຫຼັບໃຫ້ພຽງພໍ
  • ອອກກໍາລັງກາຍຕາມປົກກະຕິ
  • ກິນອາຫານທີ່ມີປະໂຫຍດ
  • ກິນນໍ້າອຸ່ນ ຫຼືນໍ້າດື່ມທໍາມະດາທີ່ບໍ່ເຢັນ ເພື່ອຫຼຸດການປ່ຽນແປງອຸນຫະພູມໃນຮ່າງກາຍຢ່າງວ່ອງໄວ
  • ລະມັດລະວັງຄວາມສະອາດຂອງຈຸດຊ່ອນເລັ້ນເປັນພິເສດ ເພາະຊ່ວງເປັນປະຈຳເດືອນ ປາກມົດລູກຈະເປີດຫຼາຍກວ່າເກົ່າ ອາດເຮັດໃຫ້ຕິດເຊື້ອພະຍາດໄດ້ງ່າຍ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...