spot_img
Homeຂ່າວພາຍ​ໃນລາຍຊື່ ແລະລາຄາການປະມູນລົດ ການນຳຂັ້ນສູງທັງໝົດ 14 ຄັນ

ລາຍຊື່ ແລະລາຄາການປະມູນລົດ ການນຳຂັ້ນສູງທັງໝົດ 14 ຄັນ

Published on

ພິທີປະມູນຂາຍລົດປະຈຳຕຳແຫນ່ງການນຳຂັ້ນສູງຂອງລາວຈຳນວນ 14 ຄັນ, ຊຶ່ງປະກອບມີລົດບີເອັມດັບເບີນຢູ (BMW) ລຸ້ນ 730 LI ຈຳນວນ 7 ຄັນ ແລະ ລົດເມີຊີເດດສະເບນ (Benz) ລຸ້ນ S350 ຈຳນວນ 7 ຄັນ, ໄດ້ຈັດຂຶ້ນໃນບ່າຍວັນທີ 28 ກຸມພານີ້ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີບັນດາຜູ້ປະກອບການ, ນັກທຸລະກິດເຂົ້າຮ່ວມເປັນຈຳນວນຫລາຍ.

ສຳລັບການປະມູນຄັ້ງນີ້ແມ່ນໄດ້ເປີດກວ້າງໃຫ້ບັນດານັກທຸລະກິດ, ບຸກຄົນ, ນິຕິບຸກຄົນ, ບໍລິສັດ, ຫ້າງຮ້ານຕ່າງໆໄດ້ມີໂອກາດເຂົ້າມາຮ່ວມປະມູນ, ໂດຍຮັບປະກັນໄດ້ຄວາມສາມັກຄີ, ມີຄວາມໂປ່ງໃສ, ມີລັກສະນະວິທະຍາສາດ ແລະ ສາກົນທີ່ຫລາຍປະເທດພວມປະຕິບັດ ແລະ ຈະກາຍເປັນບົດຮຽນທີ່ດີໃຫ້ແກ່ການຈັດການປະມູນຂາຍໃນຄັ້ງຕໍ່ໄປ, ເຊິ່ງລົດ BMW ມີລາຄາເລີ່ມຕົ້ນທີ່ 830 ລ້ານກີບ ແລະ ລົດ Benz ເລີ່ມຕົ້ນທີ່ 500 ລ້ານກີບ,

  1. ລົດທີ່ເປີດປະມູນເປັນຄັນທຳອິດ ຍີ່ຫໍ້ BMW ແມ່ນລົດເຄີຍນຳໃຊ້ປະຈຳຕຳແຫນ່ງຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປລາວ, ໂດຍແມ່ນທ່ານ ຄຳລຽງ ສັບໄຊທອງ ຕາງຫນ້າບໍລິສັດ BV Group ຊະນະການປະມູນໄປໃນລາຄາ 890 ລ້ານກີບ
  2. ຄັນທີ 2 ຍີ່ຫໍ້ Benz ແມ່ນລົດທີ່ເຄີຍໃຊ້ເປັນລົດປະຈຳຕຳແຫນ່ງຂອງ ທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ຫົວຫນ້າຄະນະຈັດຕັ້ງສູນກາງພັກ, ໂດຍແມ່ນທ່ານນາງ ດວງຈັນ ຫລຽນສະກຸນ ຊະນະການປະມູນໃນລາຄາ 520 ລ້ານກີບ
  3. ຄັນທີ 3 ຍີ່ຫໍ້ BMW ແມ່ນລົດປະຈຳຕຳແຫນ່ງຂອງທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂດຍແມ່ນທ່ານ ທອງລິດ ກິ່ງແກ້ວອຸດົມ ຊະນະການປະມູນໃນລາຄາ 1.330 ລ້ານກີບ ເປັນລາຄາສູງກວ່າຫມູ່ໃນການປະມູນຄັ້ງນີ້
  4. ຄັນທີ 4 ຍີ່ຫໍ້ Benz ແມ່ນລົດປະຈຳຕຳແຫນ່ງຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໂດຍແມ່ນທະນາຄານພົງສະຫວັນ ຊະນະການປະມູນໃນລາຄາ 600 ລ້ານກີບ
  5. ຄັນທີ 5 ຍີ່ຫໍ້ BMW ແມ່ນລົດປະຈໍາຕຳແຫນ່ງຂອງທ່ານ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດໂດຍແມ່ນທ່ານນາງ ບົວແກ້ວ ວົງສະຫມໍລະພູມ ຊະນະການປະມູນໃນລາຄາ 970 ລ້ານກີບ
  6. ຄັນທີ 6 ຍີ່ຫໍ້ Benz ແມ່ນລົດປະຈຳຕຳແຫນ່ງຂອງທ່ານພົນໂທ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໂດຍແມ່ນທ່ານນາງ ວັນສີ ສຸວັນນະແສງ ຕາງຫນ້າບໍລິສັດສຸກປະເສີດ ຊະນະການປະມູນໃນລາຄາ 780 ລ້ານກີບ
  7. ຄັນທີ 7 ຍີ່ຫໍ້ BMW ແມ່ນລົດປະຈຳຕຳແຫນ່ງຂອງທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາພັກ ແລະ ລັດຖະບານ ຊຶ່ງແມ່ນທ່ານ ຄຳຮຸ່ງ ໄຊຈະເລີນ ຊະນະການປະມູນໃນລາຄາ 950 ລ້ານກີບ
  8. ຄັນທີ 8 ຍີ່ຫໍ້ Benz ລົດທີ່ເຄີຍໃຊ້ເປັນລົດປະຈຳຕຳແຫນ່ງຂອງທ່ານ ສົມແພງ ຄຳມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ໂດຍແມ່ນທ່ານ ຄຳຫລ້າ ບຸດຈະເລີນ ຊະນະການປະມູນໃນລາຄາ 580 ລ້ານກີບ,
  9. ຄັນທີ 9 ຍີ່ຫໍ້ BMW ລົດຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ໂດຍແມ່ນທ່ານ ຟຸກ ກິ່ງແກ້ວອຸດົມ ຕາງຫນ້າບໍລິສັດ ຈະເລີນເຊກອງ ຊະນະການປະມູນໃນລາຄາ 1.300 ລ້ານກີບ
  10. ຄັນທີ 10 ຍີ່ຫໍ້ Benz ລົດສຳຮອງຮັບໃຊ້ການນຳ ໂດຍແມ່ນຜູ້ຕາງຫນ້າຈາກບໍລິສັດ ປີໂຕຣຫລ່ຽມເທດດີ່ງ ລາວມະຫາຊົນ ຊະນະການປະມູນໃນລາຄາ 660 ລ້ານກີບ
  11. ຄັນທີ 11 ຍີ່ຫໍ້ BMW ລົດຂອງທ່ານ ບຸນປອນ ບຸດຕະນະວົງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໂດຍແມ່ນທ່ານ ຄຳຮຸ່ງ ຫລຽນຈະເລີນຊະນະການປະມູນໃນລາຄາ 850 ລ້ານກີບ,
  12. ຄັນທີ 12 ຍີ່ຫໍ້ Benz ເປັນລົດສຳຮອງຮັບໃຊ້ການນຳ, ໂດຍແມ່ນທ່ານ ປະສິດ ສຸພາບ ຊະນະການປະມູນໃນລາຄາ 600 ລ້ານກີບ
  13. ລົດຄັນທີ 13 ຍີ່ຫໍ້ BMW ແມ່ນລົດສຳຮອງຮັບໃຊ້ການນຳ, ໂດຍແມ່ນທ່ານນາງ ພະນົມວັນ ປັນຍາສິດ, ຊະນະການປະມູນໃນລາຄາ 850 ລ້ານກີບ
  14. ລົດຄັນທີ 14 ຍີ່ຫໍ້ Benz ແມ່ນລົດສຳຮອງຮັບໃຊ້ການນຳ, ໂດຍແມ່ນທ່ານ ປະສິດ ສຸພາບ, ຊະນະການປະມູນໃນລາຄາ 720 ລ້ານກີບ.

ລວມມູນຄ່າການປະມູນທັງໝົດ 14 ຄັນໄດ້ 11.600 ລ້ານກີບ.

ແຫຼ່ງຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...