Homeນານາສາລະຄວາມຍາວຂອງນິ້ວບົ່ງບອກລັກສະນະ ແລະບຸກຄະລິກໄດ້

ຄວາມຍາວຂອງນິ້ວບົ່ງບອກລັກສະນະ ແລະບຸກຄະລິກໄດ້

Published on

ໃນການສຶກສາບອກວ່າ ຖ້າເຈົ້າຢາກຮູ້ “ນິ້ວຂອງເຈົ້າ” ບອກຫຍັງກ່ຽວກັບເຈົ້າ, ເຂົາບອກວ່າ ໃຫ້ເບິ່ງທີ່ “ຄວາມຍາວຂອງນິ້ວ” ລອງຢຽດນິ້ວມືຊ້າຍຂອງເຈົ້າ ແລະທຽບກັບຮູບວ່າ ນິ້ວມືເຈົ້ານັ້ນກົງກັບຮູບໃດຫຼາຍທີ່ສຸດ

  • ຮູບ A ຄືຄວາມຍາວນິ້ວນາງ ທີ່ຍາວກວ່ານິ້ວຊີ້
  • ຮູບ B ຄືຄວາມຍາວນິ້ວຊີ້ ທີ່ຍາວກວ່ານິ້ວນາງ
  • ຮູບ C ຄືຄວາມຍາວນິ້ວຊີ້ ແລະຄວາມຍາວນິ້ວກາງເທົ່າກັນ

ມືຂອງເຈົ້າກົງກັບຮູບໃດຫຼາຍທີ່ສຸດ ຫາກຮູ້ແລ້ວ ເຮົາໄປເບິ່ງຄຳຕອບກັນເລີຍວ່າ ມັນບົ່ງບອກກ່ຽວກັບເຈົ້າແນວໃດແດ່ ແລະຈະກົງ ຫຼືບໍ່ນັ້ນ ເຮົາໄປຮູ້ນຳກັນເລີຍ

  1. ຮູບ A ບົ່ງບອກວ່າເຈົ້າເປັນຄົນ “ມີສະເໜ່” ຫາກນິ້ວນາງຍາວກວ່ານິ້ວຊີ້ ເຈົ້າເປັນຄົນທີ່ມີສະເໜ່, ມີຄວາມໝັ້ນໃຈສູງ, ຈີບໃຜກໍມີໂອກາດຕິດສູງ, ເຈົ້າເປັນຄົນມັກຄວາມສ່ຽງ ແລະຜົນທີ່ອອກມາມັກເປັນຜົນດີສະເໝີ, ບາງຄົນອາດເວົ້າວ່າເຈົ້າເປັນຄົນເວົ້າບໍ່ຈົ່ງໃຜໃນບາງຄັ້ງ ແຕ່ທີ່ເຈົ້າເຮັດແບບນັ້ນ ເພາະເຈົ້າຮ້ວ່າເຈົ້າຕ້ອງການຫຍັງ
  2. ຮູບ B ເຈົ້າເປັນຄົນທີ່ເປັນຜູ້ນຳສູງ: ຖ້ານິ້ວຊີ້ ເຈົ້າຍາວກວ່າ ນັ້ນສະແດງວ່າເຈົ້າເກີດມາເປັນຜູ້ນຳ ໂດຍສະເພາະຫາກເກີດບັນຫາ ເຈົ້າຈະໝັ້ນໃຈ ແລະພ້ອມທີ່ຈະເປັນຜູ້ນຳ ໃນຂະນະທີ່ຄົນອື່ນ ກໍພ້ອມທີ່ຈະເຊື່ອຟັງເຈົ້າ
  3. ຮູບ C ບອກວ່າເຈົ້າເປັນຄົນທີ່ “ສື່ສານກັບຄົນອື່ນໄດ້ດີ” ຫາກນິ້ວຊີ້ ກັບນິ້ວນາງ ເທົ່າກັນ ນັ້ນສະແດງວ່າເຈົ້າເປັນຄົນທີ່ມັກຟັງຄົນອື່ນເວົ້າ, ຟັງດ້ວຍຄວາມຕັ້ງໃຈ ແລະເວົ້າໃຫ້ຄຳປຶກສາໄດ້ດີ ເຮັດໃຫ້ຄົນຢາກລົມກັບເຈົ້າ ເລົ່າເລື່ອງໃນຊີວິດໃຫ້ເຈົ້າຟັງ, ເຈົ້າເຮັດໃຫ້ຄົນທີ່ເລົ່າຮູ້ສຶກດີ ຮູ້ສຶກສະບາຍໃຈເມື່ອລົມກັບເຈົ້າ, ເຈົ້າເປັນຄົນຊ່ວຍເຫຼືອຄົນອື່ນ ຍາມທີ່ເຂົາຕ້ອງການໄດ້ດີ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...