Homeຂ່າວເຫດການຮອງນາຍົກເນັ້ນ ເນັ້ນຂະແໜງສາທາ ຕ້ອງເອົາໃຈໃສ່ທາງດ້ານການບໍລິການ ແລະປັບປຸງຄຸນນະພາບ

ຮອງນາຍົກເນັ້ນ ເນັ້ນຂະແໜງສາທາ ຕ້ອງເອົາໃຈໃສ່ທາງດ້ານການບໍລິການ ແລະປັບປຸງຄຸນນະພາບ

Published on

ໃນວັນ​ທີ 27-28 ກຸມພາ 2017ຜ່ານມານີ້ ໄດ້ມີການຈັດກອງ​ປະຊຸມ​ສາທາລະນະ​ສຸກ ​ທົ່ວ​ປະ​ເທດ​ປະ​ຈໍາປີ 2016 ຂຶ້ນ, ເຊິ່ງເປັນປະທານໂດຍທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ເງິນ ແລະພະນັກງານທົ່ວປະເທດເຂົ້າຮ່ວມ

ໃນກອງປະຊຸມຄັ້ງນີ້ ທ່ານສົມດີ ດວງດີ ໄດ້ໂອ້ລົມ ແລະເນັ້ນໃຫ້ຂະແໜງສາທາ ເອົາໃຈ​ໃສ່ປັບປຸງ​ຄຸນນະ​ພາ​ບ ຂອງ​ການ​ບໍລິການຂອງ​ແພດ ​ແລະ ພະຍາບານ​ເປັນ​ຕົ້ນ ​ພະນັກງານ​ຕ້​ອງມີ​ຄວາມ​ຮູ້​ຄວາມ​ສາມາດ, ​ມີ​ຈັນ​ຍາ​ບັນ, ​ຈັນຍາ​ທໍາ, ໄປນຳ​ໃຊ້​ບໍລິການ​ຢູ່​ໂຮງໝໍ​ ກໍໄດ້​ຮັບ​ການຕ້ອນຮັບ​ທີ່​ດີ​ຈາກ​ແພດ ​ແລະ ພະຍາ​ບານ, ການກວດ, ການ​ບົ່ງມະຕິ​ພະ​ຍາດ​ໄວ ​ແລະ ຊັດ​ເຈນ, ການ​ປິ່ນປົວດີ​ ຜູ້​ເຈັບ​ເປັນ​ກໍ​ພໍ​ອົກ​ພໍ​ໃຈ, ໄປ​ຄຽງ​ຄູ່​ກັບ​ການ​ຂະຫຍາຍ ​ລະບົບ​ປະກັນ​ສຸຂະພາບ ​ແລະ ຮັບປະກັນ​ໃຫ້​ປະຊາຊົນ​ລາວ​ ມີ​ສຸຂະພາບ​ດີ, ​ມີ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ຮ່າງກາຍ ​ແລະ ​ໃຫ້​ມີ​ພາລະນາ​ໄມ​ສົມບູນທີ່​ດີ. ​ເພາະ​ສຸຂະພາບ​ຂອງ​ປະຊາຊົນ​ລາວ​ ຍັງ​ມີ​ສິ່ງທ້າ​ທາຍ ຫລາຍ​ ເປັນ​ຕົ້ນ​: ອັດຕາການ​ຕາຍ​ຂອງ​ແມ່ ​ແລະ ​ເດັກ​ ຖ້າ​ທຽບ​ໃສ່ 10 ປີ ຜ່ານ​ມາ ກັບ​ບັນດາ​ປະ​ເທດ​ໃກ້​ຄຽງ​ ຖື​ວ່າ​ຍັງ​ສູງ​ຫລາຍ ​ແລະ ອັດຕາ​ການ​ຂາດສານອາຫານ​ ຂອງ​ເດັກນ້ອຍ​ລຸ່ມ 5 ປີ ກໍ​ຍັງ​ສູງ ​ແລະ ​ເປັນ​ອຸປະສັກ​ຕໍ່​ການ​ບັນລຸ​ຄາດໝາຍ ​ລືບ​ລ້າງ​ຄວາມທຸກ​ຍາກ.

ພ້ອມນີ້, ກໍ​ຕ້ອງ​ເອົາ​ໃຈ​ໃສ່ຕື່ມ​ ຕໍ່​ການ​​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ອອກ​ແຮງ​ສູ້ຊົນ​ຈັດ​ຕັ້ງ​ປະຕິບັດ ​ແຜນ​ປະຕິ​ຮູບ​ຂະ​ແໜງ​ສາ​ທາ​ລະນະສຸກ ​ແຕ່ປີ 2016-2020 ​ເພື່ອ​ໃຫ້​ບັນລຸ​ເປົ້າ​ໝາຍ​ສະຫະ​ສະ​ວັດ ​ດ້ານ​ການ​ພັດທະນາ​ທີ່​ຍັງ​ບໍ່​ທັນ​ບັນລຸ​ ເປັນ​ຕົ້ນ​ດ້ານ​ໂພ​ຊະນາ​ການ ​ແລະ ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ​ໃນ​ປີ 2030. ຂະນະ​ດຽວ​ກັນ ກໍ​ໃຫ້​ເອົາ​ໃຈ​ໃສ່​ຄົ້ນຄວ້າ​ສ້າງ​​ແຜນ​ອັນ​ລະອຽດ ​ທີ່​ປະທານ​ປະ​ເທດ​ໄດ້​ໄປ​ຮັບຮອງ​ເອົາ​ ໃນ​ກອງ​ປະຊຸມ​ສະຫະ​ປະຊາ​ຊາດ ​ແລະ 5 ຂົງ​ເຂດ​ການ​ປະຕິ​ຮູບ​ຄື: ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ການ​ເງິນ​ສາທາລະນະ​ສຸກ, ຄຸນ​ນະພາ​ບການ​ບໍລິການ, ການ​ບໍລິຫານ​ຈັດການ ​ແລະ ຂໍ້​ມູນ​ຂ່າວສານ​ສາທາລະນະ​ສຸກ. ​ໃນນັ້ນ, ກໍ​ຕ້ອງ​ເອົາ​ໃຈ​ໃສ່​ກໍ່ສ້າງ ຊັບພະຍາກອນ​ມະນຸດ, ພະນັກງານ​ຜູ້​ຊ່ຽວຊານ​, ຜູ້​ສໍາ​ນານ​ງານ​ໃຫ້​ຫລາຍ​ຂຶ້ນ, ສ້າງ​ນັກ​ຄົ້ນຄວ້າ ​ວິທະຍາສາດ​ການ​ແພດ, ສໍາຄັນການ​ກໍ່ສ້າງ​ພະນັກງານ ​ຕ້ອງ​ໃຫ້​ມີ​ຄຸນ​ນະພາ​ບບໍ່​ຄວນ​ແລ່ນ​ນໍາ​ປະລິມານ, ສ່ວນ​ຂະ​ແໜງ​ສາທາ​ຢູ່​ແຕ່ລະ​​ແຂວງ, ​ແຕ່ລະ​ທ້ອງ​ຖິ່ນ ກໍ​ໃຫ້​ມີ​ການຈັ​ດສັນ​ງົບປະມານ ​ແລະ ຊ່ວຍ​ປຸກລະດົມ​ພໍ່​ແມ່​ປະຊາຊົນ ​ໃນ​ການ​ເຂົ້າ​ຮ່ວມ​ກິດຈະ​ກໍາ​ຕ່າງ​ໆ

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...