Homeຂ່າວຕ່າງປະເທດຜູ້ບໍລິຫານຊຳຊຸງ 3 ຄົນລາອອກ ຫຼັງໄອຍະການສັ່ງຟ້ອງຕິດສິນບົນເຈົ້າໜ້າທີ່

ຜູ້ບໍລິຫານຊຳຊຸງ 3 ຄົນລາອອກ ຫຼັງໄອຍະການສັ່ງຟ້ອງຕິດສິນບົນເຈົ້າໜ້າທີ່

Published on

ສຳນັກຂ່າວເອເອຟຟີລາຍງານ ເມື່ອວັນທີ 28 ກຸມພາ 2017 ຜ່ານມາວ່າ ຄະນະໄອຍະການພິເສດສັ່ງຟ້ອງ ທ່ານ ອີ ແຈຢອງ ຮອງປະທານກຳມະການບໍລິສັດຊໍາຊຸງ ຜູ້ທີ່ຄຸມບໍລິສັດໃຫຍ່ຂອງເກົາຫຼີໃຕ້ ໃນຂໍ້ຫາຕິດສິນບົນ ແລະຢັກຢອກເງິນໄປຕ່າງປະເທດ ຫຼັງການສອບສວນລະດັບມະຫາກາບ ເນື່ອງຈາກໄປພົວພັນຄະດີການເມືອງ ທີ່ທ່ານນາງ ປາກ ກຶນເຮ ປະທານາທິບໍດີ ຖືກສະມາຊິກລັດຖະສະພາ ລົງມະຕິຖອດຖອນ

ຫຼັງຈາກທີ່ໄອຍະການສັ່ງຟ້ອງ ຜູ້ບໍລິຫານຂອງຊຳຊຸງ 3 ຄົນ ຈາກທັງໝົດ 5 ຄົນລາອອກທັນທີ, ພ້ອມກັບຍຸບສຳນັກງານຍຸດທະສາດອະນາຄົດທີ່ໄປເບິ່ງວຽກຢູ່ຕ່າງປະເທດ ແຕ່ການລາອອກດັ່ງກ່າວ ບໍ່ມີ ທ່ານ ອີ ແຈຢອງ ລວມຢູ່ນຳ ຂະນະທີ່ສະຖານະຂອງຝ່າຍບໍລິຫານຂອງບໍລິສັດສູ່ພາວະທີ່ບໍ່ແນ່ນອນ ແຕ່ບໍລິສັດຖະແຫຼງຂ່າວວ່າ ຄວາມເຄື່ອນໄຫວຄັ້ງນີ້ ເປັນໄປຕາມແຜນປະຕິຮູບ

ໃນຄະດີດັ່ງກ່າວ ທ່ານ ແຈຢອງ ຖືກກ່າວຫາວ່າ ໃຫ້ສິນບົນ ທ່ານນາງ ຊະເວ ຊຸນຊິລ ໝູ່ສະໜິດຂອງປະທານາທິບໍດີ ປາກ ເກືອບ 40 ລ້ານດອນລາ ເພື່ອຫວັງຜົນໃຫ້ໄດ້ຮັບການອະນຸມັດຈາກລັດໃນການລວບລວມກິດຈະການໃນບໍລິສັດ ອີກທັງຍັງເຊື່ອງຊັບສິນຈຳນວນຫນຶ່ງໃນຕ່າງປະເທດ ແຕ່ຖືກປະຕິເສດຂໍ້ກ່າວຫາທັງໝົດ

ຕໍ່ຈາກນີ້ ໄອຍະການພິເສດ ທີ່ໄດ້ຮັບການແຕ່ງຕັ້ງ ຈາກລັດຖະສະພາ ຈະເລັ່ງປະສານງານກັບໄອຍະການລັດ ເພື່ອດຳເນີນການຕາມຂັ້ນຕອນຕໍ່ໄປ ເນື່ອງຈາກນາຍົກລັດຖະມົນຕີຮວາງ ຄະໂຍອັນ ຮັກສາການປະທທທທານາທິບໍດີ ບໍ່ອະນຸຍາດໃຫ້ໄອຍະການພິເສດ ຂະຫຍາຍເວລາກວດສອບ ເພີ່ມເຕີມດ້ວຍເຫດຜົນດ້ານຄວາມໝັ້ນຄົງທາດ້ານການເມືອງ

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...