Homeນານາສາລະສັບພະຄຸນ 12 ຂໍ້ຂອງຜັກອີເລີດ

ສັບພະຄຸນ 12 ຂໍ້ຂອງຜັກອີເລີດ

Published on

ຜັກອີເລີດ ຫາກຮັບປະທານໃນປະລິມານຫຼາຍ ຫຼືຕິດຕໍ່ກັນເປັນເວລາດົນ ແຄວຊຽມທີ່ມີຢູ່ໃນໃບຜັກອີ່ເລີດ ຈະປ່ຽນເປັນແຄວຊຽມອອກຊາເລດ ເຊິ່ງສານຊະນິດນີ້ ເປັນສາເຫດທີ່ເຮັດໃຫ້ເກີດໜິ້ວໃນໝາກໄຂ່ຫຼັງ, ດັ່ງນັ້ນ ຈຶ່ງຄວນດື່ມນໍ້າຫຼາຍ ເພື່ອເຮັດໃຫ້ສານອອກຊາເລດຈາງລົງ ແລະຖືກຂັບອອກມາທາງນໍ້າປັດສະວະ ຫຼືເລືອກກິນອາຫານທີ່ມີໂປຣຕີນສູງ ເພື່ອປ້ອງກັນໂຣກໜິ້ວ ເພື່ອໃຫ້ຮ່າງກາຍໄດ້ຮັບປະໂຫຍດສູງສຸດ ຄວນຮັບປະທານຜັກອີເລີດໃນປະລິມານທີ່ເໝາະສົມ

  1. ໃບຊ່ວຍຕ້ານອະນຸມູນອິດສະລະຕ່າງໆໄດ້
  2. ໃບມີລົດຊາດເຜັດຮ້ອນ ຊ່ວຍເຮັດໃຫ້ຈະເລີນອາຫານຫຼາຍຍິ່ງຂຶ້ນ
  3. ຊ່ວຍບຳລຸງ ແລະຮັກສາສາຍຕາ ຊ່ວຍໃນການເບິ່ງເຫັນ ຊ່ວຍໃຫ້ເບິ່ງເຫັນໃນຕອນກາງຄືນໄດ້ດີ
  4. ຊ່ວຍຢັບຢັ້ງການຂະຫຍາຍຕົວຂອງເຊວມະເຮັງ
  5. ຊ່ວຍປິ່ນປົວໂຣກເບົາຫວານ ດ້ວຍການໃຊ້ໃບຜັກນາງເລີດ 7 ຕົ້ນ ເອົາມາລ້າງສະອາດ ເອົາໃສ່ໝໍ້ ແລ້ວໃສ່ນໍ້າໃຫ້ຖ້ວມ ແລ້ວຕົ້ມໃຫ້ຟົດ ແລ້ວປົງພໍອຸ່ນແລ້ວເອົານໍ້າຕົ້ມມາດື່ມເປັນຊາ
  6. ຊ່ວຍບຳລຸງກະດູກ ແລະແຂ້ວ ຊ່ວຍປ້ອງກັນການເກີດກະດູກຜ່ອຍ
  7. ຊ່ວຍໃນການຂັບຂີ້ກະເທິບໍລິເວນລຳຄໍ
  8. ຊ່່ວຍໃນການຂັບຖ່າຍສະດວກ ເພາະມີເສັ້ນໃຍປະລິມານຫຼາຍ
  9. ຊ່ວຍແກ້ອາການທ້ອງບິດ ດ້ວຍການໃຊ້ຮາກປະມານ 1 ກຳມື ເອົາມາຕົ້ມກັບນໍ້າ 2 ຖ້ວຍແກ້ວ ແລ້ວຕົ້ມຄ້ຽວຈົນເຫຼືອ 1 ຖ້ວຍແກ້ວ ແລ້ວເອົາມາດື່ມ ຄັ້ງລະ 1 ສ່ວນ 4 ຖ້ວຍແກ້ວ
  10. ຊ່ວຍແກ້ອາການທ້ອງອືດ, ແໜ້ນທ້ອງ ດ້ວຍການໃຊ້ຮາກ 1 ກຳມື ເອົາມາຕົ້ມກັບນໍ້າ 2 ຖ້ວຍແກ້ວ ມາຕົ້ມຄ້ຽວຈົນເຫຼືອ 1 ຖ້ວຍແກ້ວ ແລ້ວດື່ມຄັ້ງລະ 1 ສ່ວນ 4 ຖ້ວຍແກ້ວ
  11. ຊ່ວຍຂັບລົມໃນລຳໄສ້ ດ້ວຍການໃຊ້ຮາກ 1 ​ກຳມື ເອົາມາຕົ້ມກັບນໍ້າ 2 ຖ້ວຍແກ້ວ ຕົ້ມຈົນໃຫ້ເຫຼືອ 3 ໃນ 4 ຖ້ວຍແກ້ວ ແລ້ວດື່ມຄັ້ງລະ 1 ສ່ວນ 4 ຖ້ວຍແກ້ວ
  12. ຮາກຂອງໃບອີເລີດ ເປັນສ່ວນໜຶ່ງໃນການປະສົມຂອງສະໝຸນໄພ ທີ່ຊ່ວຍບຳລຸງທາດ, ບຳລຸງເລືອດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...