Homeສຸຂະພາບ ແລະ ສີ່ງແວດລ້ອມ3 ພຶດຕິກຳ ທີ່ເຮັດໃຫເກີດລົມໃນກະເພາະອາຫານ ແລະເຮັດໃຫ້ທ້ອງອືດ

3 ພຶດຕິກຳ ທີ່ເຮັດໃຫເກີດລົມໃນກະເພາະອາຫານ ແລະເຮັດໃຫ້ທ້ອງອືດ

Published on

ອາການທ້ອງອືດ ມີຜົນກະທົບຕໍ່ກັບຄົນຈຳນວນຫຼາຍ ເຊິ່ງອາການທ້ອງອືດນີ້ ເກີດຈາກກາສ ຫຼືທາດແຫຼວໃນກະເພາະອາຫານ ດັ່ງນັ້ນ ເພື່ອຫຼີກລຽງກາສໃນກະເພາະອາຫານ ແລະກົດໄຫຼກັບ

  1. ຍ່ອຍອາຫານຢ່າງຖືກຕ້ອງ: ເປັນບັນຫາສຳຄັນຫຼາຍ ເພາະອາຫານທີ່ຖືກຍ່ອຍບໍ່ຖືກຕ້ອງ ຈະເຮັດໃຫ້ເກີດການກໍ່ຕົວຂອງກາສໃນລຳໄສ້ໄດ້, ຖ້າຮ່າງກາຍຍ່ອຍອາຫານບໍ່ໄດ້ດີ ຈະເຮັດໃຫ້ທ້ອງອືດ, ນອກນີ້ ຖ້າຮ່າງກາຍຂາດແບັກທີເລຍທີ່ເປັນປະໂຫຍດໃນລຳໄສ້ ການຍ່ອຍອາຫານທີ່ບໍ່ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບໄດ້
  2. ຫຼີກລຽງອາຫານທີ່ເຮັດໃຫ້ເກີດກາສໃນກະເພາະອາຫານ: ຄວນຫຼີກລຽງອາຫານທີ່ອຸດົມດ້ວຍໄຂມັນ ທີ່ເປັນສາເຫດຫຼັກຂອງການເກີດກາສໃນກະເພາະອາຫານ, ອາຫານປະເພດນີ້ ຍັງສາມາດກໍ່ໃຫ້ເກີດກົດໄຫຼກັບໄດ້, ເມື່ອເກາະໃນກະເພາະອາຫານຫຼາຍຂຶ້ນ ຈະເກີດການແໜ້ນທ້ອງ, ລວມເຖິງອາຫານປະເພດຈືນ, ທອດ ທີ່ຈະໄປສ້າງກາສໃນລຳໄສ້ ຄວນກິນອາຫານທີ່ມີປະລິມານເສັ້ນໃຍສູງ ເພາະມັນຈະເຂົ້າໄປຊ່ວຍໃຫ້ລະບົບຍ່ອຍອາຫານຂອງເຈົ້າເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ. ອາຫານທີ່ເຮັດໃຫ້ທ້ອງອືດ ແລະກົດໄຫຼກັບມີ: ຫົວຫອມບົ່ວ, ໝາກເລັ່ນ, ຜະລິດຕະພັນນົມ ເປັນຕົ້ນ
  3. ຫຼີກລຽງພຶດຕິກຳທີ່ເຮັດໃຫ້ເກີດກາສໃນກະເພາະອາຫານ ແລະກົດໄຫຼກັບ:ນອກຈາກອາຫານທີ່ກ່າວມາຂ້າງເທິງນັ້ນ ຈະເຮັດໃຫ້ເກີດກາສໃນກະເພາະອາຫານແລ້ວ, ປະເພດເຄື່ອງດື່ມອັດລົມ, ການສູບຢາ ກໍເປັນການເພີ່ມປະລິມານອາກາດ ເຂົ້າໄປໃນລຳໄສ້ໄດ້ ເພາະການນຳເອົາອາກາດເຂົ້າສູ່ລະບົບຍ່ອຍອາຫານຫຼາຍເກີນໄປ ຈະເຮັດໃຫ້ອືດທ້ອງ, ແໜ້ນທ້ອງໄດ້

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...