Homeຂ່າວເຫດການພິທີມອບ-ຮັບ ໂຄງການວຽງຈັນທົດລອງ ເພື່ອປັບປຸງຖະໜົນເຈົ້າອະນຸວົງ ແລະຖະໜົນຝຣັ່ງຊົວງິນ

ພິທີມອບ-ຮັບ ໂຄງການວຽງຈັນທົດລອງ ເພື່ອປັບປຸງຖະໜົນເຈົ້າອະນຸວົງ ແລະຖະໜົນຝຣັ່ງຊົວງິນ

Published on

ໃນວັນທີ 27 ກຸມພາ 2017 ຜ່ານມາ ໄດ້ມີພິທີມອບ-ຮັບ ໂຄງການວຽງຈັນທົດລອງ ເພື່ອປັບປຸງຖະໜົນເຈົ້າອະນຸວົງ ແລະຖະໜົນຝຣັ່ງຊົວງິນ ຢູ່ໃນເຂດບ້ານວັດຈັນ ແລະບ້ານມີໄຊ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນປະທານຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນວ, ທ່ານ ທາເກຊິ ຣິກິຮະຣະ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ, ມີເຈົ້າເມືອງ, ຫົວໜ້າຫ້ອງການໄຈກາ, ຫົວໜ້າພະແນກ ຍທຂ ນວ ແລະອຳນາດການປົກຄອງບ້ານເຂົ້າຮ່ວມ

ໂຄງການ​ນີ້ແມ່ນ​ວຽກ​ໜຶ່ງ​ຂອງ​ໂຄງການ​ທົດ​ລອງ ເພື່ອ​ສົ່ງເສີມ ແລະປັບປຸງ​ທິວ​ທັດຕົວ​ເມືອງ​ຢູ່​ເຂດ​ປົກ​ປັກ​ຮັກສາ​ຕົວເມືອງເກົ່າ ນວ (ເຂດ​ແຄມ​ຂອງ) ພາຍ​ໃຕ້​ໂຄງການ​ຄຸ້ມ​ຄອງ​ການພັດທະນາ​ຕົວ​ເມືອງ ນວ ເຊິ່ງ​ໄດ້ຮັບ​ການ​ຊ່ວຍເຫຼືອ​ລ້າ​ຈາກ​ລັດຖະບານ​ຍີ່ປຸ່ນ ໂດຍ​ຜ່ານ​ອົງການ​ໄຈກາ ມູນ​ຄ່າ 2,3 ຕື້​ກີບ ເຊິ່ງເລີ່ມ​ປະຕິບັດ​ເດືອນ​ທັນວາ 2016 ແລະສຳເລັດ​ໃນເດືອນ​ກຸມພາ 2017 ໂດຍ​ອົງການ​ໄຈ​ກາ ແລະທີມ​ງານ​ຝ່າຍ​ລາວ​ ຈັດ​ຕັ້ງປະຕິບັດ​ຮ່ວມ​ກັນຄື: ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນວ, ສະ​ຖາ​ບັນ​ໂຍທາ ແລະຂົນສົ່ງ, ກົມ​ເຄຫາ ແລະຜັງເມືອງ, ກະຊວງ​ໂຍທາ​ທິ​ການ ແລະຂົນສົ່ງ.

ຈຸດປະສົງຫຼັກຂອງໂຄງການແມ່ນ ເພື່ອຈັດສັນ ແລະເພື່ອປັບປຸງເສັ້ນທາງດັ່ງກ່າວ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ໃຫ້ສວຍງາມ, ສະດວກ ແລະປອດໄພ ເພື່ອແກ້ໄຂບັນຫາການຈອດລົດບໍ່ເປັນລະບຽບ ແລະຈອດບໍລິເວນທາງຍ່າງ ພ້ອມທັງອຳນວຍຄວາມສະດວກ ແລະຮັບຮອງການຈັດງານຖະໜົນຄົນຍ່າງໃນອະນາຄົດ ໃຫ້ປະຊາຊົນ, ແຂກພາຍໃນ ແລະຕ່າງປະເທດທີ່ສັນຈອນໄປມາ ມີຄວາມສະດວກສະບາຍ

ແຫຼ່ງຂ່າວ: ໜັງງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...