spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງນາຊາຍທອງ ຈັບກຸມຕົວພໍ່ຄ້າຢາເສບຕິດໄດ້ ພົບຂອງກາງຢາບ້າ 3,400 ເມັດ

ປກສ ເມືອງນາຊາຍທອງ ຈັບກຸມຕົວພໍ່ຄ້າຢາເສບຕິດໄດ້ ພົບຂອງກາງຢາບ້າ 3,400 ເມັດ

Published on

ສຳນັກຂ່າວສານປະເທດລາວລາຍງານ ເມື່ອວັນທີ 28 ກຸມພາ 2017 ວ່າ, ເມື່ອວັນທີ 13 ກຸມພາ 2017 ທີ່ຜ່ານມາ ເຈົ້າ ໜ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດຢູ່ເຂດ ບ້ານອ່າງນໍ້າຫຸມ ເມືອງ ນາຊາຍທອງ ສາມາດກັກຕົວຜູ້ຂາຍ ແລະ ຜູ້ເສບໃນຂະນະທີ່ພວກ ກ່ຽວກໍາລັງນັດສົ່ງຢາບ້າໃຫ້ກັນ ພ້ອມຂອງ ກາງຢາບ້າ ຈໍານວນ 3.400 ເມັດ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 13 ກຸມພາ 2017 ໄດ້ຮັບລາຍງານວ່າ: ມີຄົນຄົນບໍ່ດີຈໍານວນໜຶ່ງ ໄດ້ມີການລັກລອບຄ້າຂາຍຢາເສບຕິດຢູ່ ເຂດບ້ານອ່າງນໍ້າຫຸມ ເມືອງນາຊາຍທອງ. ຈາກນັ້ນ, ໄດ້ແຕ່ງຕັ້ງວິຊາ ສະເພາະຕິດຕາມຕົວຈິງ ຈຶ່ງສາມາດສຶບຮູ້ໄດ້ເປົ້າໝາຍໄດ້ນັດສົງຢາ ເສບຕິດຢູ່ເສັ້ນທາງ 13 ເໜື່ອ ເຂດບ້ານອີໄລ ຈຶ່ງໄດ້ທໍາການຈັບກຸມ ຜູ້ຖືກຫາທີ່ຄ້າຂາຍຢາເສບຕິດຊື່ທ້າວ ເກົ້າຄວນ ຫຼື ບຸນມີ ອາຍຸ 39 ປີ ຢູ່ບ້ານອ່າງນໍາຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີຂອງ ກາງຢາບ້າ 17 ຖົງ ເທົ່າກັບ 3.400 ເມັດ ພ້ອມຜູ້ເສບ 1 ຄົນ ຊື່ທ້າວ ແສງພອນ ຫຼື ພຸກ ອາຍຸ 27 ປີ ຢູ່ບ້ານອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ຜ່ານການສອບສວນຂອງເຈົ້າໜ້າທີ່ທ້າວ ເກົ້າຄວນ ສາລະພາບວ່າໃນປີ 2010 ຜູ້ກ່ຽວໄດ້ໄປເປັນກໍາມະກ່ອນກໍ່ ສ້າງທົ່ວໄປ ແລະ ໄດ້ຮູ້ຈັກກັບໝູ່ທີ່ເສບຢາເສບຕິດ. ຈາກນັ້ນ, ກໍໄດ້ ລອງເສບນໍາໝູ່ ແລະ ກໍເລີ່ມເສບມາຕະຫຼອດຈົນຕິດ ເມື່ອບໍ່ມີຢາ ເສບຈະມີອາການງຸດງິດ. ດັ່ງນັ້ນ, ຈຶ່ງເລີ່ມເສບເປັນປະຈໍາຄັ້ງລະ 1-3 ເມັດ ຢາບ້າທີ່ນໍາມາເສບແມ່ນໄດ້ຊື້ນໍາໄວລຸ້ນພາຍໃນບ້ານ. ມາປີ 2016 ກໍເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດ, ຢາບ້າທີ່ນໍາມາຂາຍແມ່ນຊື້ນໍາ ທ້າວ ອາເລັ່ງ ອາຍຸປະມານ 42 ປີ ຢູ່ບ້ານ 2-3 ຖົງ ເທົ່າກັບ 400-600 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາໄປຂາຍໃຫ້ກັບໄວລຸ້ນພາຍໃນ ບ້ານ. ມາຮອດເດືອນ ມັງກອນ 2017, ຜູ້ກ່ຽວໄດ້ຊື້ຢາ ບ້ານໍາທ້າວ ອາ ເລັ່ງ ຈໍານວນ 2 ມັດ ເທົ່າກັບ 4.000 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາໄປຂາຍໃຫ້ກັບໄວລຸ້ນທົ່ວໄປຈໍານວນ 3 ຖົງ ຍັງເຫຼື່ອເທົ່າກັບ 17 ຖົງ ເທົ່າກັບ 3.400 ເມັດ ແລ້ວນໍາມາເຊື່ອງໄວໃນເຮືອນ. ຈາກນັ້ນ, ມາໃນ ວັນທີ 13 ກຸມພາ 2017, ຜູ້ກ່ຽວໄດ້ນໍາຢາບ້າຈໍານວນດັ່ງກ່າວໄປຂາຍ ໃຫ້ລູກຄ້າຢູ່ເສັ້ນທາງເລກທີ່ 13 ເໜື່ອ ເຂດບ້ານອີໄລ ພໍໄປຮອດໄດ້ມີ ທ້າວ ແສງພອນ ມາຂໍຊື້ຢາບ້າຈໍານວນ 2 ເມັດ ເພື່ອໄປເສບ ໃນເວລາ ນັ້ນ, ໄດ້ມີເຈົ້າໜ້າທີ່ກັກຕົວກອນ ພ້ອມຂອງກາງຢາບ້າຈໍານວນດັ່ງ ກ່າວ.

ຜ່ານການສະຫຼຸບຂອງເຈົ້າໜ້າທີ່ເຫັນວ່າ: ທ້າວ ເກົ້າຄວນ ໄດ້ເຄື່ອນ ໄຫວຄ້າຂາຍຢາເສບຕິດແທ້. ດັ່ງນັ້ນ, ຈຶ່ງໄດ້ກັກຕົວໄວ ເພື່ອສອບສວນ ຂະຫຍາຍຜົນຂອງເຈົ້າໜ້າທີ່ ເພື່ອສະຫຼຸບສໍານວນຄະດີສົ່ງໄອຍະການ ຂັ້ນຕໍ່ໄປ. ສຳລັບທ້າວ ແສງພອນ ເປັນຜູ້ເສບ ຈຶ່ງໄດ້ນຳຕົວສຶກສາອົບ ຮົມຂັ້ນເຈົ້າໜ້ທີ່ ແລ້ວສົ່ງໃຫ້ອໍານາດການປົກຄອງບ້ານນໍາໄປສຶກສາ ອົບຮົມຂັ້ນຕໍ່ໄປ. ປັດຈະບັນ, ຄະດີດັ່ງກ່າວແມ່ນຢູ່ໃນຂັ້ນຕອນຂອງ ການດໍາເນີນຄະດີຢູ່.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...