Homeຂ່າວເຫດການພິທີມອບ-ຮັບ ໂຄງການກໍ່ສ້າງເດີ່ນອະນຸສາວະລີ ທ່ານ ຕູ້ຢ່າ ໄຊຈູ

ພິທີມອບ-ຮັບ ໂຄງການກໍ່ສ້າງເດີ່ນອະນຸສາວະລີ ທ່ານ ຕູ້ຢ່າ ໄຊຈູ

Published on

ໃນວັນທີ 24 ກຸມພາ 2017 ຜ່ານມາ ທີ່ບ້ານໂພນງາມໃຕ້ ເມືອງແປກ ແຂວງຊຽງຂວາງ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງ ຕິດຕັ້ງຕົບແຕ່ງເດີ່ນອະນຸສາວະລີ ທ່ານ ຕູ້ຢ່າ ໄຊຈູ ຂຶ້ນ ເຊິ່ງມອບໂດຍທ່ານ ບຸນຂຽນ ສຸລິວົງ ຮອງຫົວໜ້າຮັບຜິດຊອບ ພິພິທະພັນໄກສອນພົມວິຫານ ແລະກ່າວຮັບໂດຍ ທ່ານ ຄຳແສນ ມະນີວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆຊຽງຊຽງຂວາງ ມີການນຳຂອງສູນກາງ, ແຂວງ, ເມືອງ, ພະນັກງານ, ພໍ່ແ່ປະຊາຊົນ ແລະແຂກຖືກເຊີນ ທີ່ກ່ຽວຂ້ອງເຂົ້າຮ່ວມ

ໂຄງການດັ່ງກ່າວ ຮັບເໝົາກໍ່ສ້າງໂດຍ ບໍລິສັດ ສີວອນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ເຊິ່ງເລີ່ມກໍ່ສ້າງແຕ່ທ້າຍປີ 2014 ເປັນຕົ້ນມາ ເຊິ່ງໄດ້ຕິດຕັັ້ງຮູບຫຼໍ່ໝົດຄີງ, ຕິດຕັ້ງໄຟຟ້າ, ນໍ້າປະປາ ຕົບແຕ່ງເດີ່ນສວນ ເນື້ອທີທັງໝົດ 8.568 ຕາແມັດ ການກໍ່ສ້າງແມ່ນສຳເລັດແລ້ວ 100% ລວມມູນຄ່າທັງໝົດ 14 ຕື້ກວ່າກີບ

ທ່ານ ຕູ້ຢ່າ ແມ່ນຜູ້ນຳຮຸ່ນທຳອິດ ຂອງການປະຕິວັດລາວ ທີ່ໄດ້ອຸທິດຊີວິດ ເພື່ອປະເທດຊາດ ແລະການປະຕິວັດ ແມ່ນທະຫານທີ່ມີຄວາມເກັ່ງກ້າສາມາດ ສະຫຼາດຫຼັກແຫຼມ ມີໄຫວພິກ ທີ່ຄ່ອງແຄ້ວຊຳນານທາງດ້ານພູມີປະເທດເຂດພາກເໜືອ ແລະເປັນນັກການທູດທາງທະຫານທີ່ດີເດັ່ນຮຸ່ນທຳອິດໃນການກໍ່ຕັ້ງສາຍພົວພັນມິດຕະພາບລາວ-ຫວຽດນາມ ເຊິ່ງກາຍເປັນສັນຍາລັກແຫ່ງມູນເຊື້ອຄວາມສາມັກຄີພິເສດຮ່ວມສຳພັນສູ້ຮົບ ແລະໂຄສະນາເຕົ້າໂຮມຄວາມສາມັກຄີກອງພັນທີ  2 ກອງທັບປະຊາຊົນລາວ

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...