Homeໂທລະສັບໂນເກຍ 3310 ມືຖືໃນຕຳນານເປີດໂຕຢ່າງເປັນທາງການແລ້ວທີ່ ສະເປນ

ໂນເກຍ 3310 ມືຖືໃນຕຳນານເປີດໂຕຢ່າງເປັນທາງການແລ້ວທີ່ ສະເປນ

Published on

ສຳນັກຂ່າວເອເອຟພີ ແລະ ຣອຍເຕີລາຍງານວ່າ ໃນງານໂມບາຍ ເວິລດ ຄອງເກຣສ ເຊິ່ງຈັດຂຶ້ນທີ່ນະຄອນຫຼວງ ບາຣເຊໂລນາ ປະເທດສະເປນ ເມື່ອວັນທີ 26 ກຸມພາ 2017 ໂດຍໂນເກຍຈັດງານຖະແຫຼງຂ່າວເປີດໂຕມືຖືຫຼາຍຮຸ່ນ ແລະ ໜຶ່ງໃນນັ້ນຄືມືຖືໃນຕຳນານ “ໂນເກຍ 3310”

ທ່ານ ຣາຈີຟ ສຸຣິ ປະທານບໍລິຫານຂອງ ໂນເກຍ ກ່າວໃນງານຖະແຫຼງຂ່າວເປີດຕົວ ໂນເກຍ 3310 ທີ່ນຳເຂົ້າມາເຮັດຕະຫຼາດໃໝ່ອີກຄັ້ງ ເພາະວ່າ ໂນເກຍ 3310 ຖືເປັນມືຖືທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນປີ 2000 ໂດຍໂນເກຍ 3310 ເວີຊັ່ນໃໝ່ ຈະມີໜ້າຈໍທີ່ໃຫຍ່ຂຶ້ນ ຂະໜາດ 2.4 ນິ້ວ ແລະ ຂາຍໃນລາຄາ 49 ຢູໂຣ ຫຼື ປະມານເກືອບ 500,000 ກີບສາມາດໃຊ້ສົນທະນາໄດ້ເຖິງ 22 ຊົ່ວໂມງ ແລະ ສະແຕນບາຍໄດ້ດົນເຖິງ 1 ເດືອນ, ຟັງເພງໄດ້, ຟັງວິທະຍຸໄດ້ ພ້ອມກັບເກມງູໃນຕຳນານທີ່ຫຼາຍຄົນຄິດຮອດ ທັງນີ້ໂນເກຍຈະວາງຈຳໜ່າຍພ້ອມກັນທົ່ວໂລກໃນກາງປີນີ້

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...