spot_img
Homeຂ່າວພາຍ​ໃນນາຍົກຊີ້ນຳແຕ່ລະພາກສ່ວນຕ້ອງເອົາໃຈໃສ່ປະຕິບັດຕາມຄໍາສັ່ງເລກທີ 15/ນຍ

ນາຍົກຊີ້ນຳແຕ່ລະພາກສ່ວນຕ້ອງເອົາໃຈໃສ່ປະຕິບັດຕາມຄໍາສັ່ງເລກທີ 15/ນຍ

Published on

ໜັງສືພິມລາວພັດທະນາ ລາຍງານເມື່ອວັນທີ 26 ກຸມພາ 2017 ວ່າ. ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກຸມພາ 2017 ໄດ້ໄຂຂຶ້ນໃນວັນທີ 23 ກຸມພານີ້, ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລື ແລະ ພິຈາລະນາຮັບຮອງເອົາຫລາຍບັນຫາສຳຄັນຂອງຊາດ, ເຊິ່ງໃນນັ້ນກໍແມ່ນບົດລາຍງານຂອງຄະນະສະເພາະກິດກ່ຽວກັບຜົນການຈັດຕັ້ງປະຕິບັດຄໍາສັ່ງສະບັບເລກທີ 15/ນຍ ວ່າດ້ວຍການເພີ່ມທະຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ການກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ຊຶ່ງກອງປະຊຸມໄດ້ເຫັນດີເປັນເອກະພາບຕໍ່ຜົນງານ, ດ້ານດີ, ດ້ານອ່ອນໃນການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ, ໂດຍ

ສະເພາະຊົມເຊີຍບັນດາຂະແໜງການ, ອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າທີ່ໄດ້ຕັ້ງໜ້າປະຕິບັດຄໍາສັ່ງດັ່ງກ່າວຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ຕໍ່ບັນຫາດັ່ງກ່າວທ່ານນາຍົກລັດຖະມົນຕີ, ໄດ້ຊີ້ນໍາໃຫ້ທຸກຂະແໜງການ ແລະ ທ້ອງຖິ່ນເພີ່ມທະວີຄວາມເອົາໃຈໃສ່ການປະຕິບັດວຽກງານຮີບດ່ວນຄື:

1. ເຫັນດີໃຫ້ຄະນະສະເພາະກິດສືບຕໍ່ປະຕິບັດໜ້າທີ່ຂອງຕົນຕື່ມຈົນໝົດປີ 2017 ຈຶ່ງສະຫລຸບຕີລາຄາລວມສະພາບການກວດກາ ແລະ ຕິດຕາມການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ໃນຂອບເຂດທົ່ວປະເທດ, ແຕ່ໃຫ້ເພີ່ມກໍາລັງແຮງເຂົ້າຕື່ມ ເປັນຕົ້ນ: ແມ່ນປັບປຸງບຸກຄະລາກອນ ແລະ ພາລະບົດບາດໃຫ້ຖືກກັບວຽກງານຕົວຈິງ, ໂດຍມີການສ້າງແຜນດໍາເນີນງານ ແລະ ແບ່ງວຽກງານພາຍໃນຄະນະສະເພາະກິດໃຫ້ລະອຽດຊັດເຈນ.

2. ໃຫ້ຄະນະສະເພາະກິດສືບຕໍ່ຊອກໃຫ້ເຫັນໄດ້ຜູ້ກະທໍາຜິດ ແລະ ຜູ້ສົມຮູ້ຮ່ວມຄິດໃຫ້ການຮ່ວມມືໃນການລັກລອບຂຸດຄົ້ນໄມ້ ແລະ ສົ່ງອອກໄມ້ທີ່ຂັດກັບກົດໝາຍ ແລະ ລະບຽບການກ່ຽວ ກັບປ່າໄມ້ມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ, ການລົງໂທດນັ້ນບໍ່ສະເພາະແຕ່ພະນັກງານຂອງລັດ, ແຕ່ຕ້ອງລວມທັງຜູ້ປະກອບການທີ່ກະທໍາຜິດກໍ່ຕ້ອງຖືກລົງໂທດຕາມກົດໝາຍຢ່າງເຂັ້ມງວດ.

3. ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າເປັນເຈົ້າການປັບປຸງຄະນະຮັບຜິດຊອບຈັດຕັ້ງປະມູນຊື້-ຂາຍໄມ້ທີ່ຍຶດເປັນຂອງລັດແລ້ວໂດຍມອບໃຫ້ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າເປັນຫົວໜ້າຄະນະ ແລະ ປະກອບດ້ວຍຜູ້ຕາງໜ້າຈາກກະຊວງການເງິນ, ກະສິກໍາ ແລະ ປ່າໄມ້ ແລະ ບັນດາພະແນກການທີ່ກ່ຽວຂ້ອງຢູ່ແຕ່ລະທ້ອງຖິ່ນເພື່ອຈັດຕັ້ງການປະມູນຊື້-ຂາຍໄມ້ໃນຂອບເຂດທົ່ວປະເທດໃຫ້ສໍາເລັດໂດຍໄວ. ພ້ອມກັນນັ້ນ, ກໍຕ້ອງຄົ້ນຄວ້າກົນໄກ ແລະ ມາດຕະການໃນການປະມູນຊື້-ຂາຍໄມ້ໃຫ້ດີ ແລະ ມີປະສິດທິຜົນ.

4. ສໍາລັບໄມ້ທີ່ຍັງບໍ່ທັນໄດ້ເອົາລົງຈາກລົດ ແລະ ຍັງບໍ່ທັນໄດ້ກວດກາຂຶ້ນບັນຊີໄມ້ນັ້ນແມ່ນມອບໃຫ້ຄະນະສະເພາະກິດສືບຕໍ່ສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ຜູ້ປະກອບການເພື່ອເອົາໄມ້ລົງຈາກລົດແລ້ວຂຶ້ນບັນຊີ ແລະ ກວດກາແຫລ່ງທີ່ມາຂອງໄມ້ໃຫ້ລະອຽດຄັກແນ່ ແລະ ໃຫ້ສໍາເລັດຕາມກໍານົດເວລາທີ່ລະບຸໄວ້ໃນບົດບັນທຶກລະຫວ່າງຄະນະສະເພາະກິດສູນກາງ ແລະ ແຂວງທີ່ກ່ຽວຂ້ອງ, ຖ້າຜູ້ປະກອບການບໍ່ໃຫ້ການຮ່ວມມືແມ່ນໃຫ້ຍຶດໄມ້ຈໍານວນດັ່ງກ່າວເປັນຂອງລັດ.

5. ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າເປັນເຈົ້າການສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້, ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ຍຸບເລີກໂຮງງານປຸງແຕ່ງໄມ້ທີ່ຕັ້ງຢູ່ໃນເຂດປ່າສະຫງວນຈໍານວນ 16 ແຫ່ງໃຫ້ສໍາເລັດພາຍໃນເດືອນກຸມພາ 2017 ນີ້.

6. ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າສືບຕໍ່ຊີ້ນໍາ ແລະ ຊຸກຍູ້ການສົ່ງອອກໄມ້ປອກ ແລະ ໄມ້ຝານທີ່ຍັງຕົກຄ້າງຈໍານວນ 2.418 ແມັດກ້ອນເພື່ອສົ່ງອອກໃຫ້ສໍາເລັດໂດຍໄວ.

7. ມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ສົມທົບກັບກະຊວງອຸດສາຫະກໍາ ແລະ ການຄ້າລົງສົມທົບກັບແຂວງອັດຕະປື ເພື່ອດໍາເນີນການກວດກາໃຫ້ລະອຽດກ່ຽວກັບໄມ້ເສຍຫາຍ ແລະ ໄມ້ໄຟໄໝ້ ຈໍານວນ 8.705 ແມັດກ້ອນແລ້ວລາຍງານລັດຖະບານ.

8. ສໍາລັບໄມ້ຜ່ານຈໍານວນ 2.910 ກວ່າໂຕນ, ໃນນີ້ມີໄມ້ຂະຍຸງຈໍານວນ 1.681 ກວ່າໂຕນ, ໄມ້ປະດົງ 923 ໂຕນ ແລະ ໄມ້ດູ່ຈໍານວນ 305 ກວ່າໂຕນຢູ່ແຂວງສະຫວັນນະເຂດ ແລະ ໄມ້ທີ່ບໍ່ມີເອກະສານ, ເຊິ່ງເປັນໄມ້ທີ່ນອນໃນບ້ວງເຮັດທົດລອງຈໍານວນ 7.783 ພັນແມັດກ້ອນ ແລະ 3.718 ໂຕນຢູ່ແຂວງສາລະວັນແມ່ນມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າສົມທົບກັບພາກສ່ວນກ່ຽວຂ້ອງອອກແຈ້ງການໃຫ້ຜູ້ປະກອບການຖອກພັນທະຕາມກໍານົດເວລາທີ່ລະບຸໄວ້ໃນບົດບັນທຶກລະຫວ່າງຄະນະສະເພາະກິດສູນກາງ ແລະ ແຂວງທີ່ກ່ຽວຂ້ອງເພື່ອໃຫ້ສາມາດນໍາໄປປຸງແຕ່ງ, ຖ້າຜູ້ປະກອບການຫາກບໍ່ມາຖອກພັນທະຕາມກໍານົດເວລາແມ່ນໃຫ້ຍຶດໄມ້ຈໍານວນດັ່ງກ່າວມາເປັນຂອງລັດເຊັ່ນກັນ.

9. ສໍາລັບໄມ້ທີ່ຜູ້ປະກອບການເກັບຊື້ນໍາປະຊາຊົນຢູ່ແຂວງຄໍາມ່ວນ, ເຊິ່ງເປັນໄມ້ທີບໍ່ມີການອະນຸມັດ ແລະ ມີແຫຼ່ງທີ່ມາບໍ່ຖືກຕ້ອງຈໍານວນ 8.063 ກວ່າແມັດກ້ອນແມ່ນມອບໃຫ້ແຂວງຄໍາມ່ວນອອກຂໍ້ຕົກລົງອາຍັດໄມ້ ຈໍານວນດັ່ງກ່າວມາເປັນຂອງລັດ.

10. ໃຫ້ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງການເງິນ ແລະ ກະຊວງອຸດສາກະກໍາ ແລະ ການຄ້າ ສົມທົບກັບອົງການປົກຄອງທ້ອງຖິ່ນດໍາເນີນການກວດກາປັບປຸງໜ່ວຍງານ, ຂະແໜງການສາຍຕັ້ງຂອງຕົນຢູ່ທ້ອງຖິ່ນທີ່ຮັບຜິດຊອບວຽກງານຄຸ້ມຄອງປ່າໄມ້, ທຸລະກິດໄມ້ ແລະ ພະນັກງານປະຈໍາຢູ່ດ່ານພາສີໃຫ້ປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມງວດເພື່ອບໍ່ໃຫ້ມີການສວຍໂອກາດຫາຜົນປະໂຫຍດແກ່ຕົນເອງ ແລະ ຝ່າຝືນລະບຽບກົດໝາຍ, ຖ້າກວດເຫັນການລະເມີດ ແລະ ການກະທໍາຜິດ ຕ້ອງໄດ້ລົງວິໄນ ແລະ ລົງໂທດຕາມລະບຽບກົດໝາຍ. ໃຫ້ກະຊວງກ່ຽວຂ້ອງ ແລະ ທ້ອງຖິ່ນປັບປຸງກົນໄກການປະສານງານໃຫ້ເປັນລະບົບ, ວ່ອງໄວ ແລະ ຊັດເຈນກວ່າເກົ່າ.

11. ໃຫ້ຄະນະສະເພາະກິດສືບຕໍ່ກວດກາ ແລະ ເກັບກໍາຂໍ້ມູນໃຫ້ລະອຽດຊັດເຈນກ່ຽວກັບດ່ານທີ່ມີການອະນຸມັດ ໃຫ້ສົ່ງໄມ້ອອກໄປຕ່າງປະເທດມີດ່ານໃດແດ່? ແລະ ພາກສ່ວນໃດ ແລະ ພະນັກງານຜູ້ໃດເປັນຜູ້ອະນຸມັດໃຫ້ສົ່ງອອກ, ພະນັກງານຂອງລັດທີ່ໃຫ້ການຮ່ວມມື ແລະ ສົມຮູ້ຮ່ວມຄິດກັບຜູ້ປະກອບການທີ່ລັກລອບສົ່ງອອກໃຫ້ສືບຕໍ່ຄົ້ນຄວ້າຢ່າງຈິງຈັງ ແລະ ສະຫຼຸບສັງລວມລາຍງານລັດຖະບານຕາມເວລາອັນຄວນ.

 

 

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...