Homeຂ່າວ​ໄອ​ທີເປີດໂຕແລ້ວ! BlackBerry KEYone ມາພ້ອມແປ້ນພິມ QWERTY ແລະ Android 7.1 ທີ່ງານ MWC 2017

ເປີດໂຕແລ້ວ! BlackBerry KEYone ມາພ້ອມແປ້ນພິມ QWERTY ແລະ Android 7.1 ທີ່ງານ MWC 2017

Published on

ໃນຕອນນີ້ທີ່ງານ MWC 2017 ຢູ່ Barcelona ຖືວ່າມີຫຼາຍບໍລິສັດກຳລັງກຽມໂຊຜົນງານຂອງຕົນເອງ ແລະມື້ນີ້ທາງບໍລິສັດ BlackBerry ກໍໄດ້ປະກາດເປີດໂຕສະມາດໂຟນລຸ້ນໃໝ່ນາມວ່າ: BlackBerry KEYone ທີ່ກ່ອນໜ້ານີ້ມີລະຫັດວ່າ: “Mercury” ນັ້ນເອງ.  

ສຳລັບສະມາດໂຟນລຸ້ນນີ້ຖືວ່າມີຄວາມ Classic ແບບທີ່ໂທລະສັບສະໄໝກ່ອນມີຄື: ແປ້ນພິມ QWERTY ທີ່ມາພ້ອມເຊັນເຊີ້ສະແກນນິ້ວມືຢູ່ປຸ່ມ Spacebar ນັ້ນເອງ. ນອກຈາກນີ້ແລ້ວ BlackBerry KEYone ແມ່ນຖືກອອກແບບໂດຍ BlackBerry ແລະຜະລິດໂດຍ TCL Communication Technology (TCT). 

ສຳລັບສະເປັກຂອງ BlackBerry KEYone ມີດັ່ງນີ້:

  • ສັດສ່ວນເຄື່ອງ: 149.3 x 72.5 x 9.4 ມມ
  • ນ້ຳໜັກ: 180 ກຣາມ
  • ໜ້າຈໍ: 4.5 ນິ້ວ (1620 x 1080 ພິກເຊວ) ມີສັດສ່ວນທີ່ 3:2 ພ້ອມ 433 PPI ແລະມາພ້ອມແກ້ວຈໍທີ່ປ້ອງກັນຮອຍຂີດໄດ້ດີ.
  • CPU: Octa-Core Snapdragon 625 ຄວາມຖີ່ 2GHz 
  • GPU: Adreno 506
  • RAM: 3GB 
  • ROM: 32GB ເພີ່ມກາຣ໌ດ microSD ໄດ້ 2TB
  • ແປ້ນພິມ: ແບບ QWERTY ມີ 4 ແຖວ ພ້ອມປຸ່ມເຮືອງແສງ
  • ລະບົບ: Android 7.1 (Nougat) ພ້ອມລະບົບຮັກສາຄວາມປອດໄພຂອງ BlackBeery
  • ກ້ອງຫຼັງ: 12 ລ້ານພິກເຊວ ມາພ້ອມແຟລັດຄູ່ໂທນ LED, ເຊັນເຊີ້ Sony IMX378, ຂະໜາດພິກເຊວ 1.55μm, ຂະໜາດເຊັນເຊີ້ 1/2.3″, f/2.0, PDAF ແລະການບັນວີດີໂອ 4K.
  • ກ້ອງໜ້າ: 8 ລ້ານພິກເຊວ ມາພ້ອມ f/2.2 ແລະຂະໜາດພິກເຊວ 1.12µm 
  • ເຊັນເຊີ້: ສະແກນລາຍນິ້ວມື (ທີ່ປຸ່ມ Spacebar) 
  • ອື່ນໆ: 3.5mm audio jack, FM Radio, USB 3.1 ແລະ Type-C
  • ການເຊື່ອມຕໍ່: 4G LTE, Wi-Fi 802.11 ac (2.4 & 5 GHz), Bluetooth 4.2, GPS / GLONASS, NFC
  • ແບັດເຕີຣີ: 3505mAh ພ້ອມລະບັບສາກໄວ Qualcomm Quick Charge 3.0

ສຳລັບ BlackBerry KEYone ແມ່ນມີພຽງສີດຳໃຫ້ເລືອກເທົ່ານັ້ນ ເຊິ່ງມີລາຄາຢູ່ທີ່ $549 (4.450.000 ກີບ) ແລະຈະເລີ່ມຂາຍທົ່ວໂລກຊ່ວງເດືອນເມສານີ້. 

ແຫຼ່ງຂ່າວ: fonearena

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...