Homeຂ່າວພາຍ​ໃນປາຕາຍທີ່ວັງສະຫງວນສາຍນ້ຳງ້າວ ເຫດຈາກສາຍເຄມີ

ປາຕາຍທີ່ວັງສະຫງວນສາຍນ້ຳງ້າວ ເຫດຈາກສາຍເຄມີ

Published on

ໜັງສືພິມ ລາວພັດທະນາລາຍງານເມື່ອວັນທີ 23 ກຸມພາ 2017ວ່າ ກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ ເລະ ປ່າໄມ້ໄດ້ອອກມາຢືນຢັນເຖິງສາເຫດປາຕາຍເປັນຈຳນວນຫລາຍຢູ່ວັງສະຫງວນສາຍນໍ້າງ້າວ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ແມ່ນບໍ່ໄດ້ເກີດຈາກພະຍາດ, ແຕ່ເປັນຍ້ອນເບື່ອສານເຄມີ ເມື່ອວັນທີ 20 ກຸມພາ ທີ່ຜ່ານມາ.

ລ້ຽງສັດ ແລະ ການປະມົງກະຊວງກະສິກຳ ເລະ ປ່າໄມ້ດັ່ງກ່າວໃຫ້ຮູ້ວ່າ: “ພາຍຫລັງເກີດມີສະພາບປາຕາຍເປັນຈຳນວນຫລາຍຢູ່ວັງສະຫງວນດັ່ງກ່າວເມືອຕົ້ນເດືອນກຸມນານີ້, ຂະແໜງການກ່ຽວຂ້ອງໄດ້ຮີບຮ້ອນສົ່ງວິຊາການລົງຕິດຕາມກວດ ກາຫາສາເຫດການຕາຍຂອງປາ, ຊຶ່ງໄດ້ເກັບຕົວຢ່າງນໍ້າ ແລະ ປາ 5 ຊະນິດທີ່ຕາຍມາວິໄຈຢູ່ນະ ຄອນຫຼວງວຽງຈັນ ແລະ ຜົນການວິໄຈລະບຸວ່າປາທີ່ນຳມາກວດບໍ່ມີເຊື້ອພະຍາດ ແລະ ອະໄວຍະວະພາຍໃນຂອງປາບໍ່ໄດ້ເນົ່າເປື່ອຍຈາກເຊື້ອໄວຣັດ, ເນື່ອງຈາກເຊື້ອໄວຣັດມັນຈະເກີດຂຶ້ນສະເພາະບາງຊະນິດປາໃດໜຶ່ງເທົ່ານັ້ນ, ຊຶ່ງມັນຈະບໍ່ເກີດຂື້ນພ້ອມກັນຫລາຍຊະນິດແບບນີ້, ດັ່ງນັ້ນ ຈຶ່ງສາມາດຢືນຢັນໄດ້ວ່າປາແມ່ນຕາຍຍ້ອນມີສານພິດເຈືອປົນໃນນໍ້າເຮັດໃຫ້ຂາດອົກຊີ, ອຸນຫະພູມຕ່ຳ ແລະ ນ້ຳມີຄວາມເປັນກົດສູງ ແລະ ປັດຈຸບັນພວມສືບຕໍ່ເລັ່ງວິໄຈຄຸນນະ ພາບນ້ຳ ແລະ ສະພາບແວດລ້ອມອື່ນໆວ່າມີສານເຄມີປະເພດໃດເຈືອປົນຢູ່ສາຍນ້ຳດັ່ງກ່າວ, ເຊິ່ງຄາດວ່າຈະຮູ້ຜົນໃນໄວໆນີ້”.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...