Homeຂ່າວເຫດການລາຄາສິນຄ້າໃນທ້ອງຕະຫຼາດ ຢູ່ໃນເກນປົກກະຕິ

ລາຄາສິນຄ້າໃນທ້ອງຕະຫຼາດ ຢູ່ໃນເກນປົກກະຕິ

Published on

ຕາມການໃຫ້ສຳພາດຂອງ ທ່ານ ບຸນ​ທຽນ ແກ້ວ​ສີ​ພາ ຫົວໜ້າ​ກົມ​ການ​ຄ້າ​ພາຍ​ໃນ ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ກ່າວ​ວ່າ: ກະຊວງອຸດສາຫະກຳ ແລະການຄ້າ ໄດ້ເອົາໃຈໃສ່ຢ່າງແທ້ຈິງ ກ່ຽວກັບລາຄາສິນຄ້າ ບໍ່ໃຫ້ພໍ່ຄ້າແມ່ຄ້າໃນຕະຫຼາດ ສວຍໂອກາດຂຶ້ນລາຄາສິນຄ້າ ຕາມການປັບຂຶ້ນຂອງດັດຊະນີເງິນເດືອນ, ດັ່ງນັ້ນ ການຈັດຕັ້ງ​ຈຶ່ງປະຕິບັດວຽກ​ງານ​ຄຸ້ມ​ຄອງ​ລາຄາ ແລະ ຄ່າ​ບໍລິການ​ໃນ​ໄລຍະ​ຜ່ານ​ມາ​ຈົນເຖິງ​ປັດຈຸບັນ ເຊິ່ງທາງກະຊວງ​ອຸດ​ສາ​ຫະກຳ ແລະ ການ​ຄ້າ ໄດ້​ຄົ້ນຄວ້າ ແລະ ກຳນົດ​ເອົາ​ລາຍການ​ສິນຄ້າ​ຄວບ​ຄຸມ​ປະກອບ​ມີ 4 ປະເພດ ລວມ​ມີ 14 ລາຍການ​ຄື: ນ້ຳມັນເຊື້ອ​ໄຟ​ມີ 3 ລາຍການ (ນ້ຳມັນແອັດ​ຊັງ​ພິເສດ ແອັດ​ຊັງ​ທຳ​ມະດາ ແລະ ນ້ຳມັນ​ກາ​ຊວນ) ປະເພດ​ເຂົ້າ 6 ລາຍການ ປະເພດຊີ້ນ 4 ລາຍການ ແລະ ປະເພດປາ 1 ລາຍການ​ຄື: ປາ​ນິນ​ກະຊັງ.

ສ່ວນ​ລາຄາ​ສິນຄ້າ​ໃນ​ຕະຫຼາດ​ຂອງ​ປີ 2017 ແມ່ນ​ມີຄວາມ​ສະຫງົບ ໂດຍ​ສະເພາະ ໃນ​ໄລຍະ​ເທ​ສະການ ແລະ ງານບຸນ​ປະເພນີ​ສຳຄັນ​ຕ່າງໆ ລາຄາມີ​ການ​ເໜັງ​ຕີງ​ຕາມ​ກົນ​ໄກ​ຕະຫຼາດ ແລະ ຕາມ​ລະດູ​ການທີ່​ສາມາດ​ຄວບ​ຄຸມ​ໄດ້ ໃນ​ນັ້ນ ລາຄາຂາຍຍົກ-ຂາຍຍ່ອຍ ຊີ້ນ​ໝູ ສູງສຸດ​ບໍ່​ໃຫ້​ເກີນ 38 ພັນ​ກີບ​ຕໍ່​ກິ​ໂລ ເຂົ້າສານ​ໜຽວ 7.500-8.000 ກີບ​ຕໍ່​ກິ​ໂລ ເຂົ້າຈ້າວ 8.000-9.000 ກີບ​ຕໍ່​ກິ​ໂລ ຊີ້ນ​ງົວ-ຄວາຍ 70.000-80.000 ກີບ​ຕໍ່ກິ​ໂລ ສ່ວນ​ປາ​ນິນ​ກະຊັງ 18.000-22.000 ກີບ​ຕໍ່​ກິ​ໂລ ສ່ວນ​ລາຄາ​ພືດ​ຜັກ ໝາກເຜັດ ໝາກ​ນາວ ແລະ ຜັກຫອມ​ປະເພດ​ຕ່າງໆ ກໍ່​ຖື​ວ່າ​ຍັງ​ຢູ່​ໃນ​ເກນ​ປົກກະຕິ.

ແຫຼ່ງຂ່າວ: ຫນັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...