Homeນານາສາລະສິ່ງທີ່ຕ້ອງເຮັດໃຫ້ສຳເລັດກ່ອນອາຍຸ 30 ປີ

ສິ່ງທີ່ຕ້ອງເຮັດໃຫ້ສຳເລັດກ່ອນອາຍຸ 30 ປີ

Published on

ທຸກຄົນໃນໂລກນີ້ ມີເປົ້າໝາຍໃນຊີວິດທີ່ແຕກຕ່າງກັນ ແລະຖ້າເຮົາຢາກມີຄວາມສຸກໃນອະນາຄົດ ຕ້ອງປະຕິບັດ 5 ຂໍ້ນີ້ໃຫ້ສຳເລັດກ່ອນອາຍຸ 30 ປີ ຈະເຮັດໃຫ້ຊີວິດມີຄວາມສຸກແນ່ນອນ

  1. ຕ້ອງມີລາຍໄດ້ທີ່ແນ່ນອນ ແລະຕໍ່ເນື່ອງ: ບໍ່ວ່າຈະເປັນພະນັກງານປະຈຳ, ວຽກອິດສະລະ ຫຼືທຸລະກິດສ່ວນຕົວ ຕ້ອງເປັນສິ່ງທີ່ສາມາດສ້າງລາຍຮັບໄດ້ແນ່ນອນໃຫ້ເຈົ້າສະໝໍ່າສະເໝີ
  2. ຕ້ອງກຽມເງິນເກັບໄວ້ໃຊ້ຍາມສຸກເສີນ: ເມື່ອອາຍຸເພີ່ມຂຶ້ນ ເວລາຊອກຫາເງິນກໍຫຼຸດລົງ ການສ້າງເປົ້າເໝາຍໃນການເກັບເງິນ ແລະມີວິໄນໃນແຕ່ລະເດືອນ ຕັ້ງແຕ່ອາຍຸ 30 ຈະເຮັດໃຫ້ເຈົ້າພູມໃນກັບເງິນທີ່ເກັບທ້ອນໄວ້ໄດ້
  3. ຕ້ອງຮູ້ຈັກການໃຊ້ໜີ້: “ການບໍ່ມີໜີ້ ເປັນລາບອັນປະເສີດ” ເຊິ່ງຫາກເວົ້າເຖິງການໄຊ້ໜີ້ ຖືເປັນສິ່ງທີ່ຄວນໃສ່ໃຈ ແລະມີວິໄນຕັ້ງແຕ່ທຳອິດ ແລະຄວນເປັນໜີ້ ເມື່ອມີນະໂຍບາຍຍາວເທົ່ານັ້ນ
  4. ຕ້ອງເຮັດເຮືອນກ່ອນຊື້ລົດ: ຊື້ດິນຕັ້ງເຮືອນກ່ອນຊື້ລົດ ຕັ້ງແຕ່ກ່ອນອາຍຸ 30 ປີຈະເຮັດໃຫ້ເຮົາໄດ້ປຽບ ທັງເລື່ອງໄລຍະການຜ່ອນຍາວ ເຮັດໃຫ້ເຮົາມີເວລາຊອກຫາເງິນມາຈ່າຍໄດ້ທັນ ແລະມູນຄ່າດິນກໍເພີ່ມຂຶ້ນທຸກປີ, ການຊື້ທີ່ຢູ່ອາໄສໃນຊ່ວງອາຍຸກ່ອນ 30 ປີ ເຖິງແມ່ນຈະຕ້ອງຈ່າຍຜ່ອນທຸກໆເດືອນ ແຕ່ການເປັນເຈົ້າຂອງຈະມາຮອດກ່ອນອາຍຸ 40 ປີ
  5. ຕ້ອງຄິດເລື່ອງຄອບຄົວ: ແມ່ນຢູ່ວ່າດຽວນີ້ຄົນສ່ວນຫຼາຍແຕ່ງງານຊ້າ ແຕ່ການບໍລິຫານເງິນ ແລະຊີວິດຫຼາຍກວ່າ 2​ ຄົນຂຶ້ນໄປ ໂດຍສະເພາະເມື່ອມີລູກ ເພາະມັນບໍ່ແມ່ນເລື່ອງງ່າຍ ແລະມີຄ່າໃຊ້ຈ່າຍສູງຫຼາຍ ດັ່ງນັ້ນ, ການກຽມພ້ອມເລື່ອງເງິນ ຈຶ່ງຄວນວາງແຜນຕັ້ງແຕ່ຢູ່ຄົນດຽວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...