spot_img
Homeຂ່າວຕ່າງປະເທດຜົນກວດສົບຄິມ ຈອງນັມ ພົບພິດທຳລາຍລະບົບປະສາດ ຢູ່ເທິງໃບໜ້າ

ຜົນກວດສົບຄິມ ຈອງນັມ ພົບພິດທຳລາຍລະບົບປະສາດ ຢູ່ເທິງໃບໜ້າ

Published on

ສຳນັກຂ່າວ ບີບີຊີ ລາຍງານເມື່ອວັນທີ 24 ກຸມພາ 2017 ວ່າ ຄວາມຄືບໜ້າການສອບສວນຄະດີ ການລອບສັງຫານຄິມ ຈອງນັມ ຢູ່ສະໜາມບິນ ກົວລາລຳເປີ ປະເທດມາເລເຊຍ ເຊິ່ງຕຳຫຼວດມາເລເຊຍໄດ້ເປີດເຜີຍຜົນການຊັນລະສູດສົບວ່າ ພົບສານພິດປະເພດ “VX nerve agent” ເປັນສານທີ່ເຮັດໃຫ້ເກີດປະຕິກິລິຍາເຄມີຕໍ່ລະບົບປະສາດ ເປັນສານທີ່ສະຫະປະຊາຊາດ ຈັດຢູ່ໃນກຸ່ມອາວຸດທຳລາຍລ້າງ ຢູ່ໃນໃບໜ້າຂອງສົບ ຄິມ ຈອງນັມ, ສຳລັບຂໍ້ມູນກ່ຽວກັບສານວີເອັກຊ໌ ດັ່ງນີ້:

  1. ເປັນທາດແຫຼວແບບນໍ້າມັນ ສີເຫຼືອງເຂັ້ມ ບໍ່ມີລົດ ບໍ່ມີກິ່ນ
  2. ເປັນທີ່ຮູ້ຈັກວ່າແມ່ນເປັນອາວຸດສົງຄາມເຄມີ ໜຶ່ງຢອດຂອງວີເອັກຊ໌ ທີ່ຖືກຜິວໜັງສາມາດເຮັດໃຫ້ເສຍຊີວິດໄດ້ ແລະທຳລາຍການສົ່ງຜ່ານກະແສປະສາດ
  3. ພິດຈະຊຶມເຂົ້າຜິວໜັງ ແລະທຳລາຍການສົ່ງຜ່ານຂອງກະແສປະສາດ
  4. ໃຊ້ໃນສະເປ ຫຼືລະເຫີຍເປັນອາຍ ອາດໃສ່ປົນກັບນໍ້າ ຫຼືອາຫານ ຫຼືຜ່ານຜົນຜະລິດທາງການກະເສດ
  5. ແຊກຊຶມເຂົ້າສູ່ຮ່າງກາຍໄດ້ທັງການຫາຍໃຈ, ການຍ່ອຍອາຫານ, ຜ່ານຜິວໜັງ ແລະເຂົ້າດວງຕາ
  6. ເຄື່ອງນຸ່ງທີ່ເປື້ອນສານວີເອັກຊ໌ ທີ່ຖືກພິດນີ້ແລ້ວ ອີກພາຍໃນ 30 ນາທີຈະແພ່ພິດໄປສູ່ຄົນອື່ນໄດ້
  7. ຫາກພິດຜ່ານການສູດດົມ ຫຼືຍ່ອຍອາຫານ ຫຼືຜ່ານຜິວໜັງ ເຂົ້າສູ່່ຮ່າງກາຍ ຈະເຮັດໃຫ້ເກີດອາການນໍ້າມູກໄຫຼ, ແສບຕາ, ເບິ່ງພາບເບີໆ, ນໍ້າລາຍອອກປາກ, ເຫື່ອອອກຫຼາຍ, ເຈັບໜ້າເອິກ, ຫາຍໃຈຫອບຫືດ, ລາຍຕາ ຫຼືຮາກ
  8. ທາງເຄມີສານຕົວນີ້ມີຊື່ວ່າ S-2 Diisoprophylaminoethyl methylphosphonothiolate ຖືກຫ້າມໃຊ້ຕາມຂໍ້ຕົກລົງອາວຸດເຄມີ​ 1993

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...