Homeຂ່າວເຫດການທ່ານ ໄຊສົມພອນ ພົມວິຫານ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດອາເມລິກາ

ທ່ານ ໄຊສົມພອນ ພົມວິຫານ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດອາເມລິກາ

Published on

ໃນວັນທີ 20 ກຸມພາ 2017 ຜ່ານມາ ທີ່ສູນກາງແນວລາວສ້າງຊາດ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງ ແນວລາວສ້າງຊາດ (ສນຊ) ໄດ້ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານນາງ ເຣນາ ບິດເຕີ (Ms Renna Bitter) ເອກອັກ ຄະລັດຖະທູດອາເມຣິກາຄົນໃໝ່ປະຈຳລາວ

ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ນາງ ເຣນາ ບິດເຕີ ທີ່ໄດ້ຖືກແຕ່ງຕັ້ງ ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດອາເມຣິກາຄົນໃໝ່ ປະຈຳ ສປປ ລາວ ແລະ ສະແດງຄວາມເຊື່ອໝັ້ນ ວ່າທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ໃຫ້ການຮ່ວມມື ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງລາວ ເພື່ອເປັນຂົວຕໍ່ມິດຕະພາບ ລະຫວ່າງ ອາເມຣິກາ ແລະ ສປປ ລາວ ປະກອບສ່ວນ ອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນ ແລະການຮ່ວມມື ລະຫວ່າງສອງປະເທດໃຫ້ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນ.

ໃນໂອກາດດຽວກັນນັ້ນ, ທ່ານ ນາງ ເຣນາ ບິດເຕີ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ໄຊສົມພອນ ພົມວິຫານທີ່ໄດ້ເສຍສະຫຼະເວລາ ໃນການຕ້ອນຮັບຄັ້ງນີ້ ແລະ ໄດ້ແຈ້ງຄວາມພ້ອມຂອງຕົນໃນໄລຍະການປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ ແລະ ຢືນຢັນຈະຕັ້ງໜ້າປະຕິບັດໜ້າທີ່, ສືບຕໍ່ການຊ່ວຍເຫຼືອຕ່າງໆ ທີ່ເຄີຍມີຮ່ວມກັນ ໃຫ້ເກີດດອກອອກຜົນປະກອບ ສ່ວນເຂົ້າໃນການເພີ່ມທະວີ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດໃຫ້ມີປະສິດທິຜົນ, ນຳເອົາຜົນປະໂຫຍດ ໃຫ້ແກ່ປະຊາຊົນທັງສອງປະເທດ

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...