spot_img
Homeຂ່າວ​ໄອ​ທີຫຼຸດພາບເຣນເດີ້ໂຕເຄື່ອງ Huawei P10 ກ່ອນເປີດໂຕ ມາພ້ອມກ້ອງ Leica ແລະປຸ່ມໂຮມ

ຫຼຸດພາບເຣນເດີ້ໂຕເຄື່ອງ Huawei P10 ກ່ອນເປີດໂຕ ມາພ້ອມກ້ອງ Leica ແລະປຸ່ມໂຮມ

Published on

ເປັນເລື່ອງປົກກະຕິກັນແລ້ວທີ່ໃກ້ຈະຮອດມື້ເປີດໂຕໂທລະສັບລຸ້ນໃໝ່ ກໍມັກຈະມີຮູບຫຼຸດຂອງໂຕເຄື່ອງອອກມາ ແລະມື້ນີ້ເຈົ້າພໍ່ຂ່າວລືນາມວ່າ:@evleaks ໄດ້ປ່ອຍຮູບເຣນເດີ້ຂອງໂຕເຄື່ອງ Huawei P10 ອອກມາ. ໂດຍຮູບທີ່ຫຼຸດອອກມານີ້ສະແດງໃຫ້ເຮົາເຫັນວ່າຈະມາພ້ອມກ້ອງຫຼັງເລນຄູ່ຈາກ Leica ແລະມີປຸ່ມໂຮມທີ່ດ້ານໜ້ານັ້ນເອງ.  

ນອກຈາກຮູບຫຼຸດນີ້ແລ້ວ ທາງ Huawei ເອງກໍໄດ້ປະກາດວ່າຈະເປີດໂຕ EMUI 5.1 ທີ່ຈະມາພ້ອມ P10 ແລະ P10 Plus ພ້ອມ, ໂດຍງານເປີດໂຕຈະຈັດຂຶ້ນທີ່ Barcelona ໃນວັນທີ 26 ກຸມພານີ້ ພາຍໃຕ້ງານ: MWC 2017.

ສຳລັບສະເປັກຂອງ Huawei P10 ທີ່ເປັນຂ່າວລືມີດັ່ງນີ້:


  • ໜ້າຈໍ: AMOLED ຂະໜາດ 5.2 ນິ້ວ (2560 x 1440 ພິກເຊວ) ແລະເປັນຈໍໂຄ້ງ 2.5D. 
  • CPU: Huawei Kirin 960 
  • GPU: Mali G71 
  • RAM: 4GB/6GB 
  • ROM: 64GB/128GB ເພີ່ມກາຣ໌ດ microSD ໄດ້ສູງສຸດ 256GB 
  • ລະບົບ: Android Nougat ແລະ Emotion UI 5.1
  • ຊິມ: Hybird Dual SIM (nano SIM + nano SIM / microSD)
  • ກ້ອງຫຼັງ: ເລນຄູ່ Leica 20 ລ້ານພິກເຊວ (Monochrome) + 12 ລ້ານພິກເຊວ (RGB), f/2.0, ແຟລັດຄູ່ໂທນ LED, Laser AF ແລະ OIS
  • ກ້ອງໜ້າ: 8 ລ້ານພິກເຊວ ແລະ f/1.9
  • ເຊັນເຊີ້: ສະແກນລາຍນິ້ວມື 
  • ການເຊື່ອມຕໍ່: 4G VoLTE, WiFi 802.11ac (2.4GHz/5GHz), Bluetooth 4.2 LE, GPS, NFC
  • ແບັດເຕີຣີ: 3,100 mAh ພ້ອມຄວາມສາມາດສາກໄວ

ແຫຼ່ງຂ່າວ: fonearena

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...