Homeນານາສາລະສັບພະຄຸນ ຂອງໝາກຫຸ່ງ

ສັບພະຄຸນ ຂອງໝາກຫຸ່ງ

Published on

ໝາກຫຸ່ງ ເປັນໝາກໄມ້ ເພື່ອສຸຂະພາບ ໂດຍສະເພາະແມ່ນໝາກຫຸ່ງສຸກ ເຊິ່ງສາມາດເປັນຢາລະບາຍອ່ອນໆ ເຮັດໃຫ້ຖ່າຍໄດ້ສະດວກ ແລະຍັງມີວິຕາມິນ ແລະແຮ່ທາດທີ່ມີປະໂຫຍດຕໍ່ຮ່າງກາຍເຊັ່ນ: ວິຕາມິນຊີ, ວິຕາມິນເອ, ວິຕາມິນບີ1, ບີ2, ບີ3, ແຄວຊຽມ, ໂຊດຽມ, ທາດເຫຼັກ ແລະໂປຣຕີນ ທີ່ມີປະໂຫຍດດີຕໍ່ຮ່າງກາຍ

  1. ມີສານຕ້ານອະນຸມູນອິດສະລະຫຼາຍຊະນິດ ຊ່ວຍໃຫ້ສຸຂະພາບແຂງແຮງ
  2. ບຳລຸງຜິວໃຫ້ສົດໃສ
  3. ຊ່ວຍຢັບຢັ້ງການແກ່ກ່ອນໄວ ແລະປ້ອງກັນການເກີດຮອຍຕີນກາ
  4. ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ແຂງແຮງ
  5. ມີສ່ວນກະຕຸ້ນໃຫ້ແມ່ລູກອ່ອນມີນໍ້ານົມຫຼາຍຂຶ້ນ
  6. ຊ່່ວຍບຳລຸງສະໝອງ ແລະລະບົບປະສາດ
  7. ເປັນຢາລະບາຍອ່ອນໆ, ແກ້ອາການທ້ອງຜູກ ດ້ວຍການກິນໝາກຫຸ່ງສຸກ
  8. ຊ່ວຍຍ່ອຍອາຫານໄດ້ດີ
  9. ປ້ອງກັນການເກີດໜິ້ວໃນລະບົບທາງເດີນຂອງນໍ້າປັດສະວະ
  10. ຊ່ວຍປິ່ນປົວອາການເປັນບວມ ດ້ວຍການເອົາໃບໝາກຫຸ່ງສົດໆ ມາຕຳລະອຽດປະສົມກັບເຫຼົ້າຂາວ ເອົາມາພອກບໍລິເວນເປັນບວມ
  11. ຊ່ວຍປ້ອງກັນການເກີດອາການຕັບໃຫຍ່ຜິດປົກກະຕິ ຫຼືໂຣກທີ່ກ່ຽວກັບຕັບ
  12. ຊ່ວຍບຳລຸງຫົວໃຈໃຫ້ແຂງແຮງ
  13. ມີການວິໄຈພົບວ່າການກິນໝາກຫຸ່ງສຸກຕະຫຼອດ ມີສ່ວນຊ່ວຍໃນການຕ້ານມະເຮັງໄດ້

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...