spot_img
Homeຂ່າວພາຍ​ໃນປະທານປະເທດ ໄດ້ເດີນທາງຢ້ຽມຢາມ ລາຊະອານາຈັກກຳປເຈຍ

ປະທານປະເທດ ໄດ້ເດີນທາງຢ້ຽມຢາມ ລາຊະອານາຈັກກຳປເຈຍ

Published on

ໃນວັນທີ 22 ກຸມພາ 2017 ຜ່ານມານີ້ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປລາວ ໄດ້ເຂົ້າພົບປະກັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈຮຸນແຊນ, ນາຍົກລັດຖະມົນຕີກຳປະເຈຍ ທີ່ວັງສັນິພາບ, ລາຊະອານາຈັກກຳປູເຈຍ ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ທີ່ລາຊະອານາຈັກກຳປູເຈຍ ລະຫວ່າງວັນທີ 22-23

​​​ໃນ​​ໂອກາດ​ພົບ​ປະ​ຄັ້ງນີ້, ​​ທ່ານ ບຸນ​ຍັງ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ​ແລະ ມີ​ນ້ຳ​ໃຈ​ໄມຕີ​ຈິດ​ມິດຕະພາບຂອງ​ຝ່າຍ​ກຳປູ​ເຈຍ ແລະ​ສະ​​ແດງ​ຄວາມ​ຊົມ​ເຊີຍ​ ຕໍ່​ໝາ​ກຜົນ​ຂອງ​ການ​ປະຕິບັດ​ນະ​ໂຍບາຍ​ ປອງ​ດອງ​ຊາດຂອງ ຣາຊະ​ອານາຈັກ ກຳປູ​ເຈຍ. ພ້ອມ​ນັ້ນ, ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ ​ຕໍ່​ສາຍ​ພົວພັນ​ທີ່​ມີ​ມູນ​ເຊື້ອ​ອັນ​ຍາວນານ ນັບ​ແຕ່​ສ້າງຕັ້ງ​ສາຍ​ພົວພັນ​ກາ​ນ ທູດ ​ໃນ​ປີ 1956 ມາ​ເຖິງ​ປັດຈຸບັນ ​ເປັນ​ເວລາ 61 ປີ, ​ເຊິ່ງສາຍ​ພົວພັນ​ລະຫວ່າງ ສປປ ລາວ ​ແລະ ຣາຊະ​ອານາຈັກ​ ກໍາປູ​​ເຈຍ ​ແມ່ນ​ສາຍ​ພົວພັນ​ແບບ​ບ້ານ​ໃກ້​ເຮືອນ​ຄຽງ ບ້ານ​ພີ່​ເມືອງ​ນ້ອງ​ ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ​ແລະ ເຂົ້າ​ອົກ​ເຂົ້າ​ໃຈ​ກັນ​ສູງ ບໍ່​ວ່າ​ໃນ​ໄລຍະ​ຕໍ່ສູ້​ກູ້​ຊາດ ​ກໍ​ຄື​ໄລຍະ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ; ສອງ​ຝ່າຍ ​ໄດ້​ເຫັນ​ດີ​ສືບ​ຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ ​ແລະການ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນ ​ແລະສື​ບຕໍ່​ຮັກສາ​ມູນ​ເຊື້ອ ​ສາຍສຳພັນ​ລະດັບ​ສູງ​ສຸດ ​ແລະສ້າງສັນ​ ລະຫວ່າງສອງ​ປະ​ເທດ ​ແລະການ​ພົບ​ປະ​ຄັ້ງ​ນີ້ ຈະ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ ຕໍ່​ການ​ເພີ່ມ​ທະວີ​ສາຍ​ພົວພັນ ລະຫວ່າງ​ສອງ​ປະ​ເທດ ​ກໍ​ຄື​ປະ ຊາຊົນ​ສອງ​ຊາດ.

ໃນ​ຕອນ​ທ້າຍ, ທ່ານ​ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​​ເຊື້ອ​ເຊີນ ພະ​ບາດ​ສົມ​ເດັດ ພະ​ບໍ​ຣົມມະ​ນຽດ ​ໂນ​ໂຣດົມ ສີ​ຫາ​ໂມ​ນີ ສະ​ເດັດ​ໄປ​ຢ້ຽມຢາມ ສປປ ລາວ ​ໃນ​​ເວລາ​ທີ່​​ເໝາະ​ສົມ ​ເພື່ອ​ສື​ບຕໍ່​ປະກອບສ່ວນ​ເຂົ້າ ​ໃນ​ການ​ເສີມ​ສ້າງສາ​ຍພົວພັນ ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​​ໃໝ່ ​ໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວ​ຍິ່ງໆ​ຂຶ້ນ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...