Homeສຸຂະພາບ ແລະ ສີ່ງແວດລ້ອມສັບພະຄຸນທາງຢາ ຂອງຫົວຫອມບົ່ວໃຫຍ່

ສັບພະຄຸນທາງຢາ ຂອງຫົວຫອມບົ່ວໃຫຍ່

Published on

ຫົວຫອມບົ່ວໃຫຍ່ ມີປະໂຫຍດຫຼາຍຕໍ່ຮ່າງກາຍຂອງຄົນເຮົາ ແລະມີສັບພະຄຸນໃນການຊ່ວຍຕ້ານພະຍາດ ທັງຊ່ວຍປົກປ້ອງ ແລະປິ່ນປົວພະຍາດຮ້າຍແຮງຕ່າງໆໄດ້ຫຼາຍຊະນິດ ເຊິ່ງພົບໄດ້ວ່າຫົວຫອມບົ່ວໃຫຍ່ອຸດົມດ້ວຍວິຕາມິນ ແຮ່ທາດ ແລະສານອາຫານທີ່ມີປະໂຫຍດຕໍ່ຮ່າງກາຍຂອງເຮົາ

  1. ຊ່ວຍຫຼຸດການອຸດຕັນໄຂມັນໃນເສັ້ນເລືອດ
  2. ຫຼຸດຄໍເລດເຕີຣໍໃນເສັ້ນເລືອດ
  3. ຊ່ວຍເພີ່ມຄໍເລດເຕີຣໍຊະນິດທີ່ດີມີປະໂຫຍດກັບຮ່າງກາຍ
  4. ຊ່ວຍເຮັດໜ້າທີ່ປ້ອງກັນພະຍາດຫຼອດເລືອດຫົວໃຈອຸດຕັນ
  5. ຊ່ວຍຢັບຢັ້ງການກໍ່ຕົວຂອງເຊວມະເຮັງ
  6. ເອົາຫົວຫອມບົ່ວປະສົມກັບເຫຼົ້າໜ້ອຍໜຶ່ງ ແລ້ວຕຳພອກຫຼຸດການອັກເສບອາການບວມໄດ້
  7. ຫຼຸດການທ້ອງອືດ, ຊ່ວຍຂັບແມ່ທ້ອງ
  8. ຊ່ວຍຂັບຂີ້ກະເທິ ແລະຫຼຸດອາການເຈັບປວດການອັກເສບ
  9. ເຮັດໃຫ້ຮູ້ສຶກຜ່ອນຄາຍ ແລະເຮັດໃຫ້ຢາກນອນ
  10. ມີລິດຂ້າເຊື້ອພະຍາດ ແລະເຮັດໃຫ້ໄຂ້ຫວັດດີໄວຂຶ້ນ
  11. ຊ່ວຍໃຫ້ນອນຫຼັບດີ ແລະປ້ອງກັນພະຍາດຄວາມດັນເລືອດສູງ

ເມື່ອເຮົາຮູ້ສັບພະຄຸນແບບນີ້ແລ້ວ ເວລາເຮັດອາຫານກໍຢ່າລືມໃສ່ຫົວຫອມບົ່ວໃຫຍ່ປະກອບນຳ ຈະເຮັດໃຫ້ອາຫານແຊບ ມີປະໂຫຍດຕໍ່ສຸຂະພາບອີກດ້ວຍ

ບົດຄວາມຫຼ້າສຸດ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...