Homeຂ່າວເຫດການຫາລືວຽກງານປ້ອງກັນ ມໍລະດົກວັດທະນະທຳລາວ

ຫາລືວຽກງານປ້ອງກັນ ມໍລະດົກວັດທະນະທຳລາວ

Published on

ວັນທີ 21 ກຸມພາ 2017 ຜ່ານມາ ທີ່ນະຄອນຫຼວງວຽຈັນ, ກົມມໍລະດົກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການອຸຍແນສໂກ, ໄດ້ຈັດກອງປະຊຸມປຶກສາຫາລືລະດັບຊາດຄັ້ງທີ 1 ກ່ຽວກັບການຈັດຕັ້ງປະຕິບັດສົນທິສົນຍາ 1970 ວ່າດ້ວຍການເກືອດຫ້າມ ແລະ ການປ້ອງກັນການນໍາເຂົ້າ-ສົ່ງອອກຊັບສົມບັດວັດທະນະທຳແບບຜິດກົດໝາຍ, ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ເປັນປະທານ, ມີທ່ານ ເອຕຽນ ເກລມ໋ອງ ທີ່ປຶກສາ ດ້ານກົດໝາຍຂອງອົງການອຸຍແນສໂກ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

ການປະຊຸມໃນຄັ້ງນີ້ ເພື່ອທົບທວນການປະຕິບັດສົນທິສັນຍາ ດັ່ງກ່າວຂອງລາວວ່າ: ມີຂໍ້ສະດວກ, ຫຍຸ້ງຍາກແນວໃດ ເພື່ອພ້ອມກັນກຳນົດແນວທາງ ແລະມາດຕະການ ເພື່ອປ້ອງກັນບໍ່ໃຫ້ມໍລະດົກວັດທະນະທຳຂອງພວກເຮົາຖືກນຳໄປຂາຍຢູ່ຕ່າງປະເທດ.

ທ່ານ ທອງໃບ ໂພທິສານກ່າວວ່າ: ສປປ ລາວ ໄດ້ຮັບຮອງເອົາສົນທິສັນຍາສະບັບນີ້ ໃນວັນທີ 22 ທັນວາ 2015, ເພື່ອສະແດງໃຫ້ເຫັນເຖິງບູລິມະສິດຂອງລັດຖະບານລາວໃນ ການປົກປັກຮັກສາມໍລະດົກຂອງຕົນ, ດັ່ງທີ່ໄດ້ກ່າວໄວ້ໃນນິຕິກຳ, ນະໂຍບາຍ ແລະ ແຜນຍຸດທະສາດແຫ່ງຊາດ, ຊຶ່ງບູລິມະສິດຍັງສະແດງອອກໃນຖະແຫລງການວຽງຈັນກ່ຽວ ກັບການ ສົ່ງເສີມການຮ່ວມມືດ້ານມໍລະດົກວັດທະນະທຳ, ໃນອາຊຽນທີ່ໄດ້ຮັບຮອງໂດຍສະພາ ASCC ຄັ້ງທີ 16 ໃນວັນທີ 31 ສິງຫາ 2016 ເຊັ່ນ: ໄດ້ສະແດງຄວາມກັງວົນ ກ່ຽວກັບໄພຂົ່ມຂູ່ທີ່ ເພີ່ມຂຶ້ນຕໍ່ມໍລະດົກວັດທະນະທຳ ທີ່ເປັນຜົນມາຈາກການລັກລອບ ຄ້າຊັບສິນດ້ານວັດທະນະທຳ.

ແຫຼ່ງຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...