spot_img
Homeຂ່າວຕ່າງປະເທດເດັກນ້ອຍ 4 ປະເທດທີ່ຂາດແຄນສານອາຫານຫຼາຍທີ່ສຸດ

ເດັກນ້ອຍ 4 ປະເທດທີ່ຂາດແຄນສານອາຫານຫຼາຍທີ່ສຸດ

Published on

ສຳນັກຂ່າວເອເອຟຟີລາຍງານ ເມື່ອວັນທີ 20 ກຸມພາ 2017 ຜ່ານມາວ່າ ອົງການຢູນີເຊບ ຫຼື UNICEF ໄດ້ເຜີຍວ່າ ເດັກນ້ອຍ ໃນ 4 ປະເທດເຊັ່ນ: ໄນຈີເຣຍ, ໂຊມາເລຍ, ຊູດານໃຕ້ ແລະເຢເມນ ເກືອບ 1.4 ລ້ານຄົນ ໄດ້ຮັບຄວາມທຸກທໍລະມານ ຈາກພາວະຂາດແຄນສານອາຫານຢ່າງຮຸນແຮງ ອາດເສຍຊີວິດລົງໃນປີນີ້ຍ້ອນຄວາມອຶດຫິວ

ຢູ່ໃນເຢເມນ ທີ່ສົງຄາມດຳເນີນໄປຢ່າງຮຸນແຮງເປັນເວລາເກືອບ 2 ປີ ມີເດັກນ້ອຍ 462,000 ຄົນ ທີ່ໄດ້ຮັບຄວາມທຸກທໍລະມານ ຈາກພາວະຂາດແຄນສານອາຫານ, ເຊິ່ງໃນຂະນະທີ່ມີເດັກນ້ອຍປະມານ 450,000 ຄົນ ຂາດສານອາຫານໃນພາກຕາເວັນອອກສ່ຽງເໜືອຂອງໄນຈີເຣຍ

ຟິວເນັດ ອົງການເຕືອນໄພ ດ້ານການຂາດແຄນສານອາຫານ ບອກວ່າ ພື້ນທີ່ຫ່າງໄກໃນລັດບໍຣ໌ໂນຂອງໄນຈີເຣຍ ໄດ້ ນັບຕັ້ງແຕ່ທ້າຍປີກາຍ ແລະໄພພິບັດນີ້ ມີແນວໂນ້ມວ່າ ຈະດຳເນີນຕໍ່ໄປ ຍ້ອນອົງການຊ່ວຍເຫຼືອບັນເທົາທຸກ ຍັງບໍ່ສາມາດເຂົ້າໄປພື້ນທີ່ໄດ້

ນອກຈາກນີ້ ໄພແຫ້ງແລ້ງຢູ່ ໂຊມາເລຍ ສົ່ງຜົນໃຫ້ເດັກນ້ອຍ 185.000 ຄົນ ຕົກຢູ່ໃນຄວາມສ່ຽງທີ່ຈະອົດຢາກ, ແຕ່ຄາດວ່າຕົກເລກອາດເພີ່ມເປັນ 270,000 ຄົນໃນອີກບໍ່ພໍເທົ່າໃດເດືອນຕໍ່ໜ້ານີ້, ສ່ວນຢູ່ ຊູດານໃຕ້ ມີເດັກນ້ອຍຫຼາຍກວ່າ 270,000 ຄົນທີ່ຂາດສານອາຫານ ແລະຫາກໍ່ມີການປະກາດພາວະຂາດແຄນອາຫານໃນຫຼາຍພື້ນທີ່ຂອງລັດຢູນິຕີ້ ທາງພາກເໜືອທີ່ມີເດັກອາໄສຢູ່ປະມານ 20,000 ຄົນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...