Homeຂ່າວພາຍ​ໃນທ່ານ ວີເພັດ ສີຫາຈັກຣ ຂຶ້ນເປັນປະທານ ສຕລ ອີກຄັ້ງ

ທ່ານ ວີເພັດ ສີຫາຈັກຣ ຂຶ້ນເປັນປະທານ ສຕລ ອີກຄັ້ງ

Published on

ວົງການບານເຕະລາວມີການປ່ຽນແປງຄັ້ງໃຫຍ່ອີກຄັ້ງ ທ່າມກາງຄວາມວຸ້ນວາຍທີ່ພວມເກີດຂຶ້ນ ໃນທີ່ສຸດ ທ່ານ ວີເພັດ ສີຫາຈັກຣ ອະດີດປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ກັບມາຮັບຕຳແໜ່ງນີ້ອີກຄັ້ງ.

ໃນຕອນບ່າຍວັນອັງຄານ 21 ກຸມພາ 2017 ຢູ່ທີ່ຫ້ອງປະຊຸມສະຫະພັນບານເຕະແຫ່ງຊາດລາວ ບ້ານ ຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ແລະ ພິທີມອບ-ຮັບຕໍາແຫນ່ງລະຫວ່າງ ທ່ານ ປະສາດໄຊ ພິລາພັນເດຊ ຮັກສາການປະທານສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ວິເພັດ ສີຫາຈັກຣ​ ປະທານສະຫະພັນບານເຕະແຫ່ງຊາດລາວ ເປັນກຽດເຂົ້າຮ່ວມການເປັນສັກຂີພິຍານມີ ທ່ານ ບົວລານ ສິຣິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ຫົວຫນ້າກົມກິລາລະດັບ ສູງກະຊວງສຶກສາທິການ ແລະ ກິລາ , ຄະນະບໍລິຫານງານ ສຕລ , ພະນັກງານ ສຕລ ຕະຫລອດຮອດສື່ມວນຊົນເຂົ້າຮ່ວມ. ທ່ານ ວິເພັດ ສີຫາຈັກຣ​ ຈະດຳລົງຕຳແຫນ່ງເປັນປະທານ ສະຫະພັນບານເຕະແຫ່ງຊາດລາວ ຈົນເຖິງຄົບວາລະໃນປີ 2019.

 

 

ແຫລ່ງຂ່າວຈາກ: ສະຫະພັນບານເຕະແຫ່ງຊາດລາວ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...