Homeຂ່າວ​ໄອ​ທີLG ເປີດໂຕ LG X400 ທີ່ປະເທດເກົາຫຼີ ເລີ່ມຕົ້ນທີ່ 2.300.000 ກີບ

LG ເປີດໂຕ LG X400 ທີ່ປະເທດເກົາຫຼີ ເລີ່ມຕົ້ນທີ່ 2.300.000 ກີບ

Published on

ຫຼ້າສຸດນີ້ເບິ່ງຄືວ່າ ​LG ໄດ້ປະກາດເປີດໂຕສະມາດໂຟນລຸ້ນໃໝ່ທີ່ປະເທດເກົາຫຼີ ນັ້ນກໍຄື: LG X400. ສຳລັບ X400 ນີ້ສະເປັກໂດຍລວມນັ້ນຄືກັບ LG K10 ແຕ່ຈຸດທີ່ຕ່າງແມ່ນ X400 ນັ້ນມາພ້ອມກັບ HD DMB ສຳລັບເຊື່ອມຕໍ່ກັບ TV.


ສຳລັບສະເປັກຂອງ LG X400 ມີດັ່ງນີ້:


  • ສັດສ່ວນ: 148.7 x 75.3 x 7.9 ມມ
  • ນ້ຳໜັກ:  142 ກຣາມ
  • ໜ້າຈໍ: IPS ຂະໜາດ 5.3 ນິ້ວ (1280 x 720 ພິກເຊວ) ແລະຈໍໂຄ້ງ 2.5D
  • CPU: MediaTek MT6750 64-bit ຄວາມຖີ່ 1.5 GHz 
  • GPU: Mali T860 
  • RAM: 2GB 
  • ROM: 32GB ເພີ່ມກາຣ໌ດ microSD ໄດ້ 2TB
  • ລະບົບ: Android 7.0 (Nougat)
  • ກ້ອງຫຼັງ: 13 ລ້ານພິກເຊວ ພ້ອມແຟລັດ LED
  • ກ້ອງໜ້າ: 5 ລ້ານພິກເຊວ ແລະເລນມຸມກວ້າງ 120 ອົງສາ
  • ເຊັນເຊີ້: ສະແກນນິ້ວມື 
  • ການເຊື່ອມຕໍ່: 4G LTE, Wi-Fi 802.11 b/g/n, Bluetooth 4.2, GPS, NFC
  • ແບັດເຕີຣີ: 2800mAh 

ສຳລັບ LG X400 ນັ້ນມາພ້ອມ 2 ສີຄື: ສີຄຳ ແລະສີດຳ. ສຳລັບລາຄາໂຕເຄື່ອງແມ່ນຢູ່ທີ່ 319,000 ວອນ (2.300.000 ກີບ). 

ແຫຼ່ງຂ່າວ: fonearena

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...