Homeຊີວິດແລະຄວາມຮັກໜຸ່ມໆ 6 ປະເພດທີ່ມັກນອກໃຈແຟນທີ່ສຸດ

ໜຸ່ມໆ 6 ປະເພດທີ່ມັກນອກໃຈແຟນທີ່ສຸດ

Published on

ເມື່ອເຮົາຮັກໃຜຄົນໜຶ່ງ ເຮົາກໍຕ້ອງການໃຫ້ເຂົາມາຢູ່ຄຽງຂ້າງ ມາຢູ່ຮ່ວມກັນກັບເຮົາ ແລະຮັກເຮົາຄົນດຽວ, ແຕ່ກໍມີໝຸ່ມ 7 ປະເພດທີ່ມີອາການນອກໃຈແຟນ ເຊິ່ງໜຸ່ມໆທີ່ວ່ານີ້ມີຄື

  1. ອາຍຸລົງທ້າຍດ້ວຍເລກ 9 ຜົນການວິໄຈອອກມາວ່າ ຄົນທີ່ມີອາຍຸລົງທ້າຍດ້ວຍເລກ 9 ຈະມີໂອກາດນອກໃຈແຟນສູງ ເພາະມັນເປັນການປ່ຽນຊ່ວງອາຍຸ ໜຸ່ມໆເລີຍຢາກປ່ຽນແປງບາງຢ່າງໃນຊີວິດ
  2. ຜູ້ຊາຍສູງ: ຜົນການສຳຫຼວດພົບວ່າ ຜູ້ຊາຍທີ່ມີຄວາມສູງ 175 ຊັງຕີແມັດ ມັກນອກໃຈແຟນເປັນສອງເທົ່າ
  3. ຜູ້ຊ່ຽວຊານດ້ານໄອທີ: ຜູ້ທີ່ມີຄວາມຮູ້ຄວາມສາມາດທາງດ້ານໄອທີ ມັກຈະມີການນອກໃຈແຟນໄດ້ຫຼາຍເຊັ່ນກັນ
  4. ຜູ້ຊາຍທີ່ເລີ່ມແຕ່ງຕົວຫຼາຍຂຶ້ນ: ຖ້າສາວໆສັງເກດເຫັນແຟນຕົນເອງ ມັກແຕ່ງຕົວຫຼໍ່ຫຼາຍຂຶ້ນ ທັງທີ່ແຕ່ກ່ອນບໍ່ເຄີຍ ນັ້ນເປັນສັນຍານຂອງການນອກໃຈຢ່າງຫນຶ່ງ ເຊິ່ງສາວໆຄວນລະວັງໄວ້ໃຫ້ດີ
  5. ອາຊີບເປັນຄູ: ບໍ່ວ່າຈະເປັນຜູ້ຍິງ ຫຼືຜູ້ຊາຍທີ່ມີອາຊີບເປັນຄູ ມີສະຖິຕິນອກໃຈແຟນໄດ້ສູງເຊັ່ນກັນ
  6. ຄົນທີ່ຄໍຕິດໂຊຊຽວ: ຜູ້ຊາຍທີ່ຕິດໂຊຊຽວມີເດຍເຊັ່ນ: facebook, whatsapp, line… ເຫຼົ່ານີ້ ມີຄວາມສ່ຽງທີ່ຈນອກໃຈແຟນສູງ ເພາະມີຄວາມວ່ອງໄວ ສາມາດຖ່າຍຮູບ, ໂທເຫັນໜ້າກັນໄດ້

ທັງໝົດທີ່ກ່າວມານີ້ ກໍເປັນພຽງການວິໄຈເລັກນ້ອຍ ເຊິ່ງກໍອາດຖືກກັບບາງຄົນ ແຕ່ກັບບາງຄົນກໍບໍ່ຖືກ ເພາະກໍມີຫຼາຍໆຄົນທີ່ຮັກດຽວໃຈດຽວ

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...