Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ເພີ່ມກຳລັງນຳຈັບຕົວຄາດຕະກອນໂຫດ ຂ້າຊີງຊັບຢູ່ຕະຫຼາດສວນມອນມາລົງໂທດ!

ເຈົ້າໜ້າທີ່ເພີ່ມກຳລັງນຳຈັບຕົວຄາດຕະກອນໂຫດ ຂ້າຊີງຊັບຢູ່ຕະຫຼາດສວນມອນມາລົງໂທດ!

Published on

ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮູ້ຄາດຕະກອນທີ່ກໍ່ເຫດຄາດຕະກຳ

ຄອບຄົວຄົນຍາມຕະຫຼາດສວນມອນ ເມື່ອສອງອາທິດຜ່ານມານີ້, ມີຄວາມຄືບໜ້າຫຼາຍຂຶ້ນ ແລະ ພວມເພີ່ມກຳລັງ

ເລັ່ງນຳຈັບຕົວຄົນຮ້າຍດັ່ງກ່າວມາດຳເນີນຄະດີໃຫ້ໄດ້ໂດຍໄວ.

 

ທ່ານ ພັນໂທ ທອງສະຫວັດ ແສນສຸວາດ ຮອງກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້

ກ່າວຕໍ່ນັກຂ່າວລາວພັດທະນາພວກເຮົາວ່າ: ປັດຈຸບັນເຈົ້າໜ້າທີ່ເມືອງຕົນເອງໄດ້ເອົາໃຈໃສ່ຕິດຕາມຕົວຄົນຮ້າຍມາ

ດຳເນີນຄະດີໂດຍໄດ້ເພີ່ມການປະສານສົມທົບກັບບັນດາ ປກສ ກຸ່ມບ້ານ ແລະ ນະຄອນຫຼວງວຽງຈັນ ໂດຍໄດ້ສົ່ງຮູບ

ໜ້າຕາຂອງຄົນຮ້າຍທີ່ກຳລັງລົບຫລີກການນຳຈັບຕົວຂອງເຈົ້າໜ້າທີ່ຢູ່ນັ້ນ ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ຊ່ວຍເປັນຫູ

ເປັນຕາແຈ້ງເຈົ້າໜ້າທີ່ ຫາກພົບເຫັນບຸກຄົນຕ້ອງສົງໄສດັ່ງກ່າວ.

 

ຕາມສັງຄົມທີ່ມີຂ່າວລືວ່າ: ຄອບຄົວດັ່ງກ່າວໄດ້ເສຍຊີວິດໝົດນັ້ນແມ່ນບໍ່ມີຄວາມຈິງ ເນື່ອງຈາກປັດຈຸບັນຜູ້ທີ່ໄດ້ຮັບ

ບາດເຈັບ ແມ່ນໄດ້ຮັບການປິ່ນປົວ ແລະ ພົ້ນຂີດອັນຕະລາຍແລ້ວ ຊຶ່ງທາງເຈົ້າໜ້າທີ່ກໍໄດ້ຈັດກຳລັງຄຸ້ມຄອງພິເສດ

ເນື່ອງຈາກຈະເປັນຜູ້ທີ່ໃຫ້ຂໍ້ມູນລະອຽດຕໍ່ການນຳຈັບຕົວຄົນຮ້າຍມາດຳເນີນຄະດີໃຫ້ໄດ້ໂດຍໄວ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_54.html

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...