Homeຂ່າວພາຍ​ໃນ17 ປີຜ່ານມາ ສາລະວັນມີການລົງທຶນ 126 ໂຄງການ

17 ປີຜ່ານມາ ສາລະວັນມີການລົງທຶນ 126 ໂຄງການ

Published on

ຕາມການສຳພາດຂອງທ່ານ ໄຊຍະເດດ ວົງສາລະວັນ ຫົວໜ້າພະແນກການ-ການລົງທຶນແຂວງສາລະວັນວາາ, ນັບຕັ້ງແຕ່ປີ 1999-2016 ສາມາດດຶງດູດການລົງທຶນໄດ້ທັງໝົດ 126 ໂຄງການ ມີມູນຄ່າ 3,963 ຕື້ກວ່າກີບ, ໃນນັ້ນ ກິດຈະການທີ່ລົງທຶນໄດ້ອະນຸມັດເປັນກິດຈະການທົ່ວໄປ-ກິດຈະການສົ່ງເສີມມີທັງໝົດ 59 ໂຄງການມູນຄ່າ 2,463 ຕື້ກີບ, ການລົງທຶນໃນກິດຈະການສຳປະທານມີເນື້ອທີ່ດິນທັງໝົດ 67 ໂຄງການ ມີມູນຄ່າ 1,470 ຕື້ກວ່າກີບ

ສຳລັບໃນປີ 2015-2016 ເຫັນວ່າບໍ່ມີການລົງທຶນສູງດັ່ງທີ່ຄາດເອົາໄວ້ ຍ້ອນວ່າ ນັກລົງທຶນສ່ວນຫຼາຍສົນໃຈການລົງທຶນໃນການສຳປະທານເນື້ອທີ່ດິນປູກພືດ ແລະຕົ້ນໄມ້ອຸດສະຫະກຳ ເຊິ່ງຫຍຸ້ງຍາກໃນການຈັດສັນ

ສຳລັບປີຜ່ານມາ ກິດຈະກຳສຳປະທານທີ່ດິນໄດ້ອອກອະນຸຍາດມີ 8 ໂຄງການມູນຄ່າ 108 ຕື້ກວ່າກີບຄື: ໂຄງການປູກກ້ວຍບ້ານນາທັນ ຂອງບໍລິສັດ AB, ໂຄງການລ້ຽງງົວຂອງນິລະວັນຟຣາມ ຈຳກັດ ມີມູນຄ່າ 5.8 ຕື້ກວ່າກີບ ຢູ່ບ້ານປັນໄຕ ເມືອງສະໝ້ວຍ, ໂຄງການກໍ່ສ້າງໂຮງແຮມສາລະວັນບ້ານນາໂດນ ເມືອງສາລະວັນ ຂອງກຸ່ມບໍລິສັດຄຳໄຊຊະນະ ມີມູນຄ່າ 20 ຕື້ກີບ, ໂຄງການລ້ຽງງົວພື້ນເມືອງເປັນສິນຄ້າ ຢູ່ເມືອງສະໝ້ວຍຂອງທ່ານ ເວີນໄຊ ມູນຄ່າ 6.8 ຕື້ກວ່າກີບ, ໂຄງການກໍ່ສ້າງຕະຫຼາດເມືອງຄົງເຊໂດນ ບໍລິສັດຟ້າບັນດາຈຳກັດມີມູນຄ່າ 9.1 ຕື້ກີບ, ໂດຄງການປູກຫຍ້າ ແລະລ້ຽງງົວເປັນສິນຄ້າຈຳໜ່າຍພາຍໃນ ແລະສົ່ງອອກຕ່າງປະເທດຂອງບໍລິສັດອາຊຽນຜະລິດກະສິກຳ ແຂວງສາລະວັນ ມີມູນຄ່າ 24 ຕື້ກວ່າກີບ, ໂຄງການກໍ່ສ້າງສູນການຄ້າຄົບວົງຈອນບ້ານຫຼັກ 2 ເມືອງສາລະວັນ ຂອງກຸ່ມໄຊຊະນະ ມນຄ່າ 20 ຕື້ກີບ ແລະໂຄງການກໍ່ສ້າງຂົວຈົມຂ້າມນໍ້າເຊໂດນ ມູນຄ່າ 9.5 ຕື້ກວ່າກີບ ບ້ານທ່າເມືອງ-ບ້ານເມືອງເກົ່າ ເມືອງຄົງເຊໂດນ ຂອງບໍລິສັດ ຕິ່ງວິໄລກໍ່ສ້າງ ແລະສ້ອມແປງຂົວທາງ ຈຳກັດ

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...