spot_img
Homeຂ່າວທ້ອງຖິ່ນນາຍົກ ເຄື່ອນໄຫວຢ້ຽມຢາມ ແລະໂອ້ລົມພະນັກງານຫຼັກແຫຼ່ງໄຊຍະບູລີ

ນາຍົກ ເຄື່ອນໄຫວຢ້ຽມຢາມ ແລະໂອ້ລົມພະນັກງານຫຼັກແຫຼ່ງໄຊຍະບູລີ

Published on

ໃນວັນທີ 17 ກຸມພາ 2017 ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມຄະນະຈາກສູນກາງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງ ຂອງແຂວງໄຊຍະບູລີ ທີ່ ສະໂມສອນຫ້ອງວ່າການປົກຄອງແຂວງໄຊຍະບູລີ

ໃນການໂອ້ລົມຄັ້ງນີ້ ທ່ານພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ລາຍງານກ່ຽວກັບສະພາບເສດຖະກິດ-ສັງຄົມ ອັນພົ້ນເດັ່ນຂອງແຂວງໄຊຍະບູລີ ໃນໄລຍະຜ່ານມາ ແລະທິດທາງ ຄາດໝາຍສູ້ຊົນໃນຕໍ່ໜ້າໃຫ້ທ່ານນາຍົກໄດ້ຮັບຊາບ

ຈາກນັ້ນທ່ານນາຍົກກໍໄດ້ໂອ້ລົມພະນັກງານທີ່ເຂົ້າຮ່ວມ ພ້ອມຍົກໃຫ້ເຫັນສະພາບການທັງພາຍໃນ ແລະຕ່າງປະເທດ, ທີ່ສຳຄັນ ທ່ານນາຍົກລັດຖະມົນຕີ ໄດ້ຕັ້ງບາງບັນຫາຂຶ້ນມານຳສະເໜີ ແລະ ເນັ້ນໜັກ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ກວດຄືນແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ແຜນປີ, ແຜນ 5 ປີ, ຍຸດທະສາດການພັດທະນາ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030 ທີ່ໄດ້ກໍານົດແລ້ວນັ້ນ ສອດຄ່ອງກັບ ເງື່ອນໄຂ, ທ່າແຮງ ແລະ ແທດເໝາະກັບຄວາມສາມາດຕົວຈິງ ຄືແນວໃດ, ຈຸດໃດ-ບັນຫາໃດ ບໍ່ທັນແທດເໝາະ ແມ່ນໃຫ້ພ້ອມກັນປັບປຸງຄືນ; ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງແຂງແຮງ, ມີສະຕິລະວັງຕົວ ຕໍ່ກົນອຸບາຍຫັນປ່ຽນຂອງສັດຕູ ໂດຍສະເພາະແມ່ນ ການປົກປັກຮັກສາເຂດນ້ຳແດນດິນ, ອຳນາດອະທິປະໄຕ ຂອງປະເທດ ກໍ່ຄື ທ້ອງຖິ່ນຂອງຕົນ ໃຫ້ຄົບຖ້ວນ ແລະ ໝັ້ນຄົງ ລວມທັງ ການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ; ເອົາໃຈໃສ່ດຶງດູດ ແລະ ຄຸ້ມຄອງການລົງທຶນ ໃຫ້ຫຼາຍ, ມີປະສິດທິຜົນ, ໂປ່ງໃສ, ມີການຈັດລຽງບູລິມະສິດໂຄງການຄັກແນ່ ໂຄງການໃດຄວນລົງທຶນກ່ອນ-ລົງທຶນຕາມຫຼັງ, ໂຄງການໃດ ມີຄວາມຈຳເປັນແທ້ໆ…; ຊຸກຍູ້ສົ່ງເສີມປະຊາຊົນນຳໃຊ້ ເງື່ອນໄຂທ່າແຮງຂອງທ້ອງຖິ່ນ ໃຫ້ເກີດປະໂຫຍດສູງສຸດ ໃນນັ້ນ ພາກລັດຕ້ອງເອົາໃຈໃສ່ໃກ້ສິດຕິດແທດ ແລະ ນຳໜ້າພາທາງ ເຮັດໃຫ້ເຂົາເຈົ້າມີຄວາມໜັກແໜ້ນ, ເຂັ້ມແຂງ, ສາມາດເປັນເຈົ້າຕົນເອງໄດ້ຢ່າງແທ້ຈິງ ແລະອື່ນໆ

ແຫຼ່ງຂ່າວ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...