Homeນານາສາລະມັນດ້າງສີມ່ວງ ມີສັບພະຄຸນຫຼາຍຢ່າງ

ມັນດ້າງສີມ່ວງ ມີສັບພະຄຸນຫຼາຍຢ່າງ

Published on

ມັນດ້າງສີມ່ວງ ມີເນື້ອສີມ່ວງເຂັ້ມ ເປັນມັນດ້າງທີ່ມີສານ “ແອນໂທໄຊຍານິນ” ເຊິ່ງເປັນສານທີ່ມີລິດໃນການຕ້ານສານອະນຸມູນອິດສະລະ ມີສ່ວນຊ່ວຍໃນການຢັບຢັ້ງຄວາມເສື່ອມເຊວ, ຊ່ວຍທຳລາຍເຊວມະເຮັງ, ຊ່ວຍຫຼຸດອັດຕາຄວາມສ່ຽງຂອງການເກີດພະຍາດຫົວໃຈ ແລະເສັ້ນເລືອດອຸດຕັນໄດ້, ຊ່ວຍຢັບຢັ້ງການເສື່ອມຂອງດວງຕາ, ສານແອນໂທໄຊຍານິນຊ່ວຍຢັບຢັ້ງເຊື້ອອີໂຄໄລ ທີ່ເປັນສາເຫດຂອງການເຈັບທ້ອງໄດ້, ມັນດ້າງເປັນແຫຼ່ງຄາໂບໄຮເດດທີ່ດີ ທີ່ໃຫ້ພະລັງງານບໍ່ກໍ່ສານພິດໃຫ້ແກ່ຮ່າງກາຍ

ໃບ ແລະຍອດອ່ອນຂອງມັນດ້າງ ສາມາດນຳເອົາມາປຸງແຕ່ງເປັນອາຫານ ແລະຍັງມີວິຕາມິນເອ, ວິຕາມິນຊີ, ສານອາຫານລູທິນ ທີ່ຊ່ວຍບຳລຸງສາຍຕາ

ບົດຄວາມຫຼ້າສຸດ

ເມືອງຫາດຊາຍຟອງ ປະກາດສ້າງຕັ້ງ “ຕາແສງຊາຍຟອງ” ເປັນຕາແສງທຳອິດຂອງເມືອງ!

ເມືອງຫາດຊາຍຟອງ ໄດ້ປະກາດສ້າງຕັ້ງ "ຕາແສງຊາຍຟອງ" ເປັນຕາແສງທຳອິດຢ່າງເປັນທາງການ ໃນວັນພະຫັດ ທີ 16 ກໍລະກົດ 2026 ນີ້ ຖືເປັນນິມິດໝາຍອັນດີ ແລະ ເປັນບາດກ້າວຄັ້ງສຳຄັນ. ຕາແສງຊາຍຟອງ ເປັນເຂດທົ່ງພຽງທີ່ມີເນື້ອທີ່ກວ້າງຂວາງເລາະລຽບຕາມແຄມນໍ້າຂອງ,...

ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ).

ກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ) ວ່າດ້ວຍການທົບທວນກາງສະໄໝ ຂອງວາລະການພັດທະນາຕົວເມືອງໃໝ່ (New Urban Agenda Mid-term Review) ໄດ້ຈັດຂຶ້ນ ວັນທີ 16-17 ກໍລະກົດ...

ເຈົ້າໜ້າທີ່ໄທກັກຕົວ ຄົນລາວ 2 ຄົນ ທີ່ກ່ຽວຂ້ອງກັບຄະດີສາວແອລັກລອບເຮໂຣອີນເຂົ້າອົດສະຕາລີ

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຈາກກໍລະນີຄະດີສາວແອ ຖືກຈັບກຸມໃນຂໍ້ຫາລັກລອບຂົນເຮໂຣອີນເຂົ້າປະເທດອົດສະຕາລີ ເມື່ອວັນທີ 25​ ມິຖຸນາ 2026 ທີ່ຜ່ານມາ. ໃນວັນທີ 15 ກໍລະກົດ 2026, ເຈົ້າໜ້າທີ່ໄທສາມາດກັກຕົວກຸ່ມບຸກຄົນທີ່ມີຄວາມສຳຄັນໃນຄະດີໄດ້ ແລະ ຍັງສືບຕໍ່ປະສານການຂະຫຍາຍຜົນການສືບສວນກັບທາງການປະເທດອົດສະຕາລີ...

ສຸມໃສ່ແກ້ໄຂໜີ້ສິນສາທາລະນະ ແລະ ເກັບກູ້ໜີ້ສິນຈາກວິສາຫະກິດ.

ລັດຖະບານຈະດຳເນີນ 5 ມາດຕະການ ເພື່ອບັນລຸເປົ້າໝາຍຈະເລີນເຕີບໂຕທາງດ້ານເສດຖະກິດ. ເພື່ອຮັບປະກັນໃຫ້ບັນລຸເປົ້າໝາຍຈະເລີນເຕີບໂຕທາງດ້ານເສດຖະກິດ ແລະ ບັນດາຄາດໝາຍທາງດ້ານມະຫາພາກທີ່ສະພາແຫ່ງຊາດໄດ້ຮັບຮອງ, ລັດຖະບານ ຈະສືບຕໍ່ປະຕິບັດຕາມ 6 ທິດທາງ, 4 ມາດຕະການຈັດຕັ້ງພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, 14 ມາດຕະການເພີ່ມເຕີມ,...