Homeຂ່າວຕ່າງປະເທດປະລິມານການຄ້າອາວຸດທົ່ວໂລກເພີ່ມຂຶ້ນສູງສຸດ ນັບຕັ້ງແຕ່ຍຸກສົງຄາມເຢັນ

ປະລິມານການຄ້າອາວຸດທົ່ວໂລກເພີ່ມຂຶ້ນສູງສຸດ ນັບຕັ້ງແຕ່ຍຸກສົງຄາມເຢັນ

Published on

ສຳນັກຂ່າວເອເອຟຟີລາຍງານເມື່ອວັນທີ 20 ກຸມພາ 2017 ຜ່ານມາວ່າ ສະຖາບັນວິໄຈສັນຕິພາບນານາຊາດສະຕອກໂຮມ (ເອສໄອພີອາໄອ) ຢູ່ປະເທດສະວີເດັນ ເຜີຍແຜ່ໃນວັນທີ 20 ກຸມພາວ່າ ການຄ້າອາວຸດທົ່ວໂລກໃນຮອບ 5 ປີຫຼັງ ເພີ່ມຂຶ້ນສູ່ລະດັບສູງສຸດ ນັບຕັ້ງແຕ່ຍຸກສົງຄາມເຢັນ ຫຼືປີ 1950 ເປັນຕົ້ນມາ ເຊິ່ງມີປັດໄຈຫຼັກຄືອຸປະສົງຈາກພູມິພາກຕາເວັນອອກກາງ ແລະເອເຊຍ

ລາຍງານຂອງເອສໄອພີອາໄອບອກວ່າ ໃນລະຫວ່າງປີ 2012-2016 ການນຳເຂົ້າອາວຸດໃນແງ່ປະລິມານທົ່ວໂລກເພີ່ມຂຶ້ນ 7.7% ຈາກຊ່ວງ 5 ປີກ່ອນໜ້ານີ້ຄື 2007-2011 ເຊິ່ງເອເຊຍ ແລະໂອເຂຍເນຍ ນຳເຂົ້າອາວຸດຄິດເປັນ 43% ຂອງທົ່ວໂລກ “ການຊື້ຂາຍອາວຸດຂະໜາດໃຫຍ່ໃນປີ 2012-2016 ສູງທີ່ສຸດໃນຊ່ວງໄລຍະເວລາ 5 ປີກ່ອນໜ້ານີ້ ນັບຕັ້ງແຕ່ສິ້ນສຸດສົງຄາມເຢັນເປັນຕົ້ນມາ”

ສ່ວນແບ່ງການນຳເຂົ້າອາວຸດຂອງປະເທດໃນພູມິພາກຕາເວັນອອກກາງ ແລະອ່າວເປີເຊຍເພີ່ມຂຶ້ນຈາກ 17% ມາເປັນ 29% ຂະນະທີ່ຢູໂຣບຫຼຸດລົງຈາກ 18% ມາຢູ່ທີ່ 11%, ທະວີບອາເມລິກາຫຼຸດລົງ 2.4 ຈຸດມາຢູ່ທີ່ 8.6%, ຂະນະທີ່ອັບຟະລິກາຫຼຸດລົງ 1.3 ຈຸດມາຢູ່ທີ່ 8.1%

ອິນເດຍເປັນປະເທດນຳເຂົ້າອາວຸດລາຍໃຫຍ່ທີ່ສຸດເປັນອັນດັບທີ 1 ຮອງລົງມາແມ່ນຊາອຸດິອາຣະເບຍ ທີ່ນຳເຂົ້າອາວຸດເພີ່ມຂຶ້ນ 212%, ສະຫະລັດເປັນຜູ້ນຳສົ່ງອອກລາຍໃຫຍ່ທີ່ສຸດຄິດເປັນເປີເຊັນແມ່ນ 33% ຮອງລົງມາແມ່ນລັດເຊຍ 23% ແລະຈີນ 6.2%

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...