Homeຂ່າວທ້ອງຖິ່ນທ່ານນາຍົກລົງຢ້ຽມຢາມ ແລະ ໂອ້ລົມຕໍ່ນາຍພົນທະຫານຫຼັກແຫຼ່ງກອງພັນໃຫຍ່ 202

ທ່ານນາຍົກລົງຢ້ຽມຢາມ ແລະ ໂອ້ລົມຕໍ່ນາຍພົນທະຫານຫຼັກແຫຼ່ງກອງພັນໃຫຍ່ 202

Published on

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ລາຍງານເມື່ອວັນທີ 21 ກຸມພາ 2017ວ່າ. ໃນຕອນບ່າຍວັນທີ 18 ກຸມພາ 2017 ທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ຈາກສູນກາງ ແລະ ການນຳແຂວງໄຊຍະບູລີ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມຕໍ່ນາຍ ແລະ ພົນທະຫານຫຼັກແຫຼ່ງກອງພັນໃຫຍ່ 202 ທີ່ຫ້ອງປະຊຸມໃຫຍ່ ຂອງກອງພັນໃຫຍ່ດັ່ງກ່າວ.

ກ່ອນອື່ນ, ຄະນະຂອງທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ ສະພາບການເຄື່ອນໄຫວ, ຊີ້ນຳ-ບັນຊາ ແລະ ການປະຕິບັດວຽກງານວິຊາສະເພາະ ພາຍໃນກອງພັນໃຫຍ່ 202 ຈາກທ່ານພັນໂທ ສອນເພັດ ຈັນສົມ ຫົວ ໜ້າການທະຫານກອງພັນໃຫຍ່ 202. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ, ໝາກຜົນອັນພົ້ນເດັ່ນຂອງການປົກປັກຮັກສາ ແລະ ສ້າງສາພັດທະນາລະບອບໃໝ່ ຕະຫຼອດໄລຍະ 41 ປີທີ່ຜ່ານມາ, ຜົນສຳເລັດການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຂອງ ສປປ ລາວ ໃນປີ 2016, ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮົາ ໃນປະຈຸບັນ ກໍ່ຄື ອະນາຄົດ, ປະຫວັດ ແລະ ສະພາບຈຸດພິເສດຂອງແຂວງໄຊຍະບູລີ, ມູນເຊື້ອອັນດີງາມຂອງກອງທັບ ໂດຍສະເພາະ ກອງພັນທີ 2, ຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງພັກ-ລັດຖະບານ ຕໍ່ການສ້າງ ແລະ ປັບປຸງກອງທັບ ໃຫ້ມີຄວາມເຕີບໃຫຍ່, ໜັກແໜ້ນ ແລະ ເຂັ້ມແຂງຮອບດ້ານ ຢ່າງບໍ່ຢຸດຢັ້ງ.

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ນາຍ ແລະ ພົນທະຫານ ທົ່ວກອງພັນໃຫຍ່ 202 ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຮໍ່າຮຽນນ້ຳໃຈວິລະຊົນ, ນ້ຳໃຈພິລະອາດຫານ, ມູນເຊື້ອຂອງກອງທັບ, ເຊື່ອມຊຶມແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ; ເອົາໃຈໃສ່ຝຶກແອບວິຊາສະເພາະ ໃຫ້ມີຄວາມຊຳນິຊຳນານ, ມີຄວາມພ້ອມຢູ່ສະເໝີ ໂດຍສະເພາະ ສິນລະປະຍຸດ-ຍຸດທະວິທີ; ມີລະບຽບວິໄນຢ່າງເຂັ້ມງວດ; ຕ້ອງລົງເຮັດວຽກຮາກຖານ, ເຂົ້າຮ່ວມຂະບວນການພັດທະນາຂອງປະຊາຊົນ ໃຫ້ເລິກເຊິ່ງເຖິງຖອງ, ກຳຮາກຖານ ໃຫ້ໄດ້ຢ່າງຮອບດ້ານ; ມີຄວາມສາມັກຄີເປັນປຶກແຜ່ນ, ເປັນນ້ຳໜຶ່ງໃຈດຽວກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະຕິບັດຫຼັກການ ຂັ້ນລຸ່ມຕ້ອງປະຕິບັດຕາມມະຕິຄຳສັ່ງຂອງຂັ້ນເທິງ, ຂັ້ນເທິງຕ້ອງເປີດ ປະຊາທິປະໄຕ ນຳຄຳຄິດເຫັນຂອງຂັ້ນລຸ່ມມາພິຈາລະນາ, ປຶກສາຫາລືກັນ, ແບ່ງງານກັນຮັບຜິດຊອບ, ເຮັດຫຼ້ອນໜ້າທີ່, ເປັນແບບຢ່າງໃຫ້ຂັ້ນລຸ່ມ, ເປັນແບບຢ່າງໃຫ້ປະຊາຊົນ ຢ່າງແທ້ຈິງ.

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບເງິນ, ຄອມພິວເຕີ ແລະ ອຸປະກອນກິລາ ຈຳນວນໜຶ່ງໃຫ້ກອງພັນໃຫຍ່ 202 ຕື່ມອີກ.

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...