Homeຂ່າວເຫດການພະລາຊີນີປະເທດແບນຊິກ ເດີນທາງມາຢ້ຽມຢາມລາວ

ພະລາຊີນີປະເທດແບນຊິກ ເດີນທາງມາຢ້ຽມຢາມລາວ

Published on

​ໃນ​ວັນ​ທີ 20 ກຸມພາ 2017 ພະ​ລາ​ຊີ​ນີ ແຫ່ງ ​ປະ​ເທດ​ແບນ​ຊິກ ປະທານ​ກິດ​ຕິ​ມະ​ສັກ​ຄະນະ​ກໍາມະການ​ແຫ່ງ​ຊາດ ​ສໍາລັບອົງການ​ອຸຍນີ​ເຊັບ​ຂອງ​ປະ​ເທດ​ແບນ​ຊິກ ພ້ອມດ້ວຍຄະນະ ໄດ້ເດີນ ທາງຢ້ຽມຢາມ ສປປ ລາວ ແຕ່ວັນທີ 20-23 ກຸມພາ 2017 ໃນຂອບການຮ່ວມມືຂອງອົງການ ອຸຍນິເຊັບ

ໃນໂອກາດດຽວກັນນີ້ ທ່ານນາງ ບົວຈັນ ສີຫານາດ ຮອງປະທານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນາງ ຮົງເວຍ ກາວ ຜູ້ຕ່າງໜ້າ ອຸຍນິເຊັບ ປະຈຳ ສປປ ລາວ. ໄດ້ນຳພາຄະນະ ພະ​ລາ​ຊີ​ນີ ແຫ່ງ ເຂົ້າ​ຢ້ຽມ​ຂໍ່ານັບ ທ່ານ ພັນ​ຄໍາ ວິພາ​ວັນ ຮອງ​ປະທານ​ປະ​ເທດ, ພ້ອມນັ້ນກໍເຂົ້າພົບປະທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ການພົບປະໃນຄັ້ງນີ້ ທັງສອງຝ່າຍ ແມ່ນໄດ້ປຶກສາ ຫາລືກ່ຽວ​ກັບ ​ແຜນການ​ຮ່ວມ​ມື​ ລະຫວ່າງ ສປປ ລາວ ​ແລະ ອົງການ​ອຸຍ​ນິ​ເຊບ ​ໂດຍ​ສະ​ເພາະ​ການ​ສະໜັບສະໜູນ ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ ​ເສດຖະກິດ-ສັງຄົມ ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII ຂອງ​ລັດ ຖະບານ ​ໂດຍ​ສະ​ເພາະ​ການ​ແກ້​ໄຂ​ຄວາມທຸກ​ຍາກ ​ຂອງ​ປະຊາຊົນ​ບັນດາ​ເຜົ່າ, ​ເພື່ອ​ກ້າວ​ໄປ​ສູ່​ການ​ຫລຸດ​ພົ້ນ​ອອກ​ຈາກ​ສະຖານ​ະພາບ ຂອງ​ປະ​ເທດ​ດ້ອຍ​ພັດທະນາ.

ນອກຈາກ​ນີ້, ການ​ຢ້ຽ​ມຢາມ​ຂອງ​ພະ​ລາຊິນີ ມາ​ທິນ​ເດີ ​ໃນ​ຄັ້ງ​ນີ້ ​ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ລາຊະວົງ​ແບນ​ຊິກ. ​ເຊິ່ງສົມ​ເດັດ​ພະ​ລາຊິນີ ກໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ  ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຂອງ ສປປ ລາວ ​ແລະ ຕີ​ລາຄາ​ສູງ ຕໍ່​ກັບ​ການ​ຮ່ວມ​ມື​ ລະຫວ່າງ ອົງການ​ອຸຍ​ນິ​ເຊບ ​ແລະ ສປປ ລາວ ຕະຫລອດ​ໄລຍະ​ທີ​ຜ່ານ​ມາ, ອົງການ​ອຸຍ​ນິ​ເຊບ​ ໄດ້​ຈັດ​ຕັ້ງ​ປະຕິບັດ​ແຜນ​ງານ​ສົກ​ປີ 2012-2016 ​ເປັນ​ມູນ​ຄ່າ​ລວມ​ເຖິງ 49 ລ້ານ​ກ່ວາ​ໂດ​ລາ​ສະຫະລັດ ​ແລະ ສຳ​ລັບ​ສົກ​ປີ 2017-2021 ລວມ​ເປັນ​ມູນ​ຄ່າ 70,5 ລ້ານ​ໂດ​ລາ​ສະຫະລັດ ​ໂດຍ​ຈະ​ສຸມ​ໃສ່ 7 ​ແຜນ​ງານ​ໃຫຍ່​ ຄື: ການ​ປົກ​ປ້ອງ​ທາງ​ດ້ານ​ສັງຄົມ, ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ ​ໄພພິບັດ, ດ້ານ​ການ​ສຶກສາ, ດ້ານ​ສາທາລະນະ​ສຸກ ​ແລະ ດ້ານ​ນ້ຳ​ສະອາດ, ດ້ານ​ໂພຊະ​ນາ​ການ, ສະ​ຖາ​ບັນ​ການ​ສຶກສາ ​ແລະ​ ນະ​ໂຍບາຍ ​ແລະ​ ຄວາມ​ຍຸຕິ​ທຳ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...