Homeຍ້ອງຍໍຄົນດີເດັ່ນລັດຖະບານລາວ ປະດັບຫລຽນກາ ມິດຕະພາບໃຫ້ທ່ານ ເອກອັກຄະຣາຊະທູດ ແຫ່ງປະເທດ ກໍາປູເຈຍ

ລັດຖະບານລາວ ປະດັບຫລຽນກາ ມິດຕະພາບໃຫ້ທ່ານ ເອກອັກຄະຣາຊະທູດ ແຫ່ງປະເທດ ກໍາປູເຈຍ

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 20 ກຸມພາ ວ່າ ໃນວັນທີ 17 ກຸມພາ 2017 ທີ່ຜ່ານມາທີ່ກະຊວງການຕ່າງປະເທດ ທ່ານ ສະເຫລີມໄຊ ກົມມະສິດ ກໍາມະການ ສູນກາງພັກ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕາງໜ້າ ໃຫ້ລັດຖະບານ ແຫ່ງ ສປປ ລາວ ໃຫ້ກຽດປະດັບຫລຽນກາ ມິດຕະພາບໃຫ້ແກ່ ທ່ານ ໂຮສ໌ ສີເຣທອນ ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈໍາ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ ທີ່ໄດ້ສໍາເລັດໜ້າທີ່ການທູດຢູ່ສປປ ລາວ ເພື່ອເປັນການຍ້ອງຍໍຊົມເຊີຍ ຜົນງານທີ່ໄດ້ປະກອບສ່ວນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດໃນໄລຍະ 3 ປີ.

ໃນໂອກາດນີ້, ທ່ານ ທູດ ໄດ້ສະແດງຄວາມ ຂອບອົກຂອບໃຈຢ່າງສູງ ຕໍ່ລັດຖະບານ ກໍຄື ກະຊວງການຕ່າງປະເທດ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມືສະໜັບສະໜູນຊ່ວຍເຫລືອ ແລະ ອໍານວຍຄວາມສະດວກ ຕະຫລອດໄລຍະ ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຈົນປະສົບຜົນສໍາເລັດ ເປັນຢ່າງດີ.

ທ່ານ ໂຮສ໌ ສີເຣທອນ ໄດ້ເອົາໃຈໃສ່ ເຄື່ອນໄຫວວຽກງານ ຢ່າງຫ້າວຫັນ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ,ຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງປະຊາຊົນສອງປະເທດ ລາວ-ກໍາປູເຈຍ ຕັ້ງໜ້າປະກອບສ່ວນ ເຂົ້າໃນການຊຸກຍູ້ໃຫ້ມີ ການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຫລາຍລະດັບ ຂອງພັກ-ລັດ. ສະພາ ແລະ ວິຊາການຂັ້ນຕ່າງໆ ເປັນຈໍານວນຫລາຍຄະນະ ໂດຍສະເພາະຢ່າງຍິ່ງແມ່ນ ການຈັດຕັ້ງປະຕິບັດ ພິທີສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນທາງການທູດ ຄົບຮອບ 68 ປີ ລະຫວ່າງ ລາວ-ກໍາປູເຈຍ ຢູ່ນະຄອນຫລວງວຽງຈັນ, ຊຸກຍູ້ໃຫ້ທ່ານນາຍົກ ລັດຖະມົນຕີກໍາປູເຈຍ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນຄັ້ງທີ 28-29 ທີ່ ສປປ ລາວ ເປັນເຈົ້າພາບ,ຊຸກຍູ້ໃຫ້ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ CLV ຢູ່ແຂວງຊຽມລຽມ ຣາຊະອານາຈັກກໍາປູເຈຍ ແລະ ອື່ນໆ. ນອກນີ້ທ່ານທູດ ຍັງໄດ້ປະກອບສ່ວນ ໃນການຊຸກຍູ້ການຮ່ວມມື ດ້ານຕ່າງໆເຊັ່ນ: ດ້ານວັດທະນະທໍາ-ສັງຄົມ, ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໂດຍສະເພາະ ແມ່ນວຽກງານຊາຍແດນ ທີ່ເຫັນວ່າຕະຫລອດໄລຍະ 3-4 ປີມານີ້ ມີຫລາຍອັນກ້າວໜ້າ ເປັນຕົ້ນແມ່ນ ການເປີດສະຖານກົງສູນໃຫຍ່ຂອງ ສປປລາວ, ການເປີດດ່ານສາກົນ ແລະ ການເປີດນໍາໃຊ້ ອາຄານດ່ານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໂດຍການເຂົ້າຮ່ວມ ຂອງສອງນາຍົກລັດຖະມົນຕີ ແລະ ສອງຝ່າຍ ສາມາດເປີດນໍາໃຊ້ ໜັງສືຜ່ານແດນຮ່ວມກັນ ຊິ່ງໄດ້ເລີ່ມນໍາໃຊ້ແຕ່ວັນທີ 1 ມັງກອນ 2017 ເປັນຕົ້ນມາ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...