Homeນານາສາລະເຫັດຫູໜູ ສັບພະຄຸນໃນການປິ່ນປົວພະຍາດ

ເຫັດຫູໜູ ສັບພະຄຸນໃນການປິ່ນປົວພະຍາດ

Published on

ເຫັດຫູໜູ ມີສັບພະຄຸນໃນການປິ່ນປົວພະຍາດທີ່ຮ້າຍແຮງ ແລະເປັນອັນຕະລາຍຕໍ່ຄົນໃນຍຸກປັດຈຸບັນນີ້ໄດ້ດີເຊັ່ນ ຊ່ວຍຫຼຸດພາວະການແຂງຕົວຂອງເລືອດ ເຊິ່ງເປັນສາເຫດຂອງການເປັນອຳມະພາດ, ພະຍາດຫຼອດເລືອດໃນສະໝອງແຕກ, ພະຍາດຫຼອດເລືອດຫົວໃຈຕີບ ຫຼືພະຍາດຫົວໃຈ,  ລວມເຖິງພະຍາດມະເຮັງ, ພະຍາດຄວາມດັນເລືອດສູງເປັນຕົ້ນ

  • ເຫັດຫູໜູ ມີສານສຳຄັນຊື່ວ່າ ອະດີໂນຊີນ ທີ່ຊ່ວຍຫຼຸດຄວາມໜຽວຂອງເລືອດ ເຮັດໃຫ້ເລືອດບໍ່ອຸດຕັນຫົວໃຈ, ສະໝອງ ແລະອະໄວຍະວະອື່ນໆ
  • ຊ່ວຍໃຫ້ຮ່າງກາຍມີກໍາລັງ ເຮັດໃຫ້ຮ່າງກາຍທີ່ອ່ອນເພຍ ກັບມາມີກໍາລັງ ບໍ່ອິດເມື່ອຍ
  • ຊ່ວຍຫຼຸດຄວາມຕຶງຄຽດຂອງຮ່າງກາຍ ສົ່ງຜົນໃຫ້ຮ່າງກາຍສົດຊື່ນ ເຮັດໃຫ້ຜິວສົດໃສ
  • ແກ້ອາການໄອແຫ້ງໆ ຫຼືມີຂີ້ກະເທິປົນເລືອດ, ບັນເທົາອາການເຈັບຄໍ ແກ້ຮ້ອນໃນ ລວມທັງແກ້ອາການໄອເປັນເລືອດ ແລະແກ້ເລືອດດັງໄຫຼ
  • ຊ່ວຍຫຼຸດຄວາມດັນເລືອດສູງ, ບຳລຸງເລືອດ ປິ່ນປົວພະຍາດເລືອດຈາງ ເຮັດໃຫ້ເລືອດໄຫຼວຽນສະດວກ
  • ເຮັດໃຫ້ລະບົບຂັບຖ່າຍດີຂຶ້ນ ແກ້ອາການທ້ອງຜູກ ປ້ອງກັນພະຍາດລິດສີດວງທະວານ ສາມາດຂັບສິ່ງເສດເຫຼືອໃນລຳໄສ້ໄດ້ດີ
  • ແກ້ອາການປະຈໍາເດືອນມາຫຼາຍ ຫຼືມາບໍ່ປົກກະຕິ ລວມທັງປິ່ນປົວອາການລົງຂາວຜິດປົກກະຕິຂອງຜູ້ຍິງ
  • ຊ່ວຍດູແລ ແລະບໍາລຸງອະໄວຍະວະຕ່າງໆໃນຮ່າງກາຍ
  • ເປັນແຫຼ່ງຂອງວິຕາມິນຕ່າງໆ ໂດຍສະເພາະວິຕາມິນບີ ເຊິ່ງມີລິດໃນການຕໍ່ຕ້ານອະນຸມູນອິດສະລະ ຊ່ວຍປ້ອງກັນ ແລະຢັບຢັ້ງບໍ່ໃຫ້ເຊວຜິດປົກກະຕິຈົນກາຍເປັນມະເຮັງ
  • ອຸດົມດ້ວຍແຄວຊຽມ ຈຶ່ງຊ່ວຍບໍາລຸງກະດູກ ແລະແຂ້ວໃຫ້ແຂງແຮງ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...