spot_img
Homeຂ່າວການພັດທະນາປີ 2016 ທົ່ວປະເທດສາມາດສ້າງຄອບຄົວວັດທຳນະທຳໄດ້ 66.723 ຄອບຄົວ

ປີ 2016 ທົ່ວປະເທດສາມາດສ້າງຄອບຄົວວັດທຳນະທຳໄດ້ 66.723 ຄອບຄົວ

Published on

ອີງຕາມຂ້ມູນຂອງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກກງານຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ສົກປີ​ 2015-2016 ແລະແຜນການໃນປີ​ 2017 ນີ້ວ່າ: ໃນໄລຍະໜຶ່ງປີຜ່ານມາ ວຽກງານວັດທະນະທຳໄດ້ມີຫຼາຍດ້ານທີ່ມີລັກສະນະດີຂຶ້ນກວ່າເກົ່າ ແລະສິ່ງທີ່ພົ້ນເດັ່ນກ່ອນໝູ່ແມ່ນການສ້າງຄອບຄົວ, ບ້ານ ແລະກຸ່ບ້ານວັດທະນະທຳ ມີທ່າອ່ຽງເພີ່ມຂຶ້ນທຸກປີ, ປີຜ່ານມາທົ່ວປະເທດສາມາດສ້າງຄອບຄົວວັດທະນະທຳໄດ້ 66.723 ຄອບຄົວ ເທົ່າກັບ 4,96%, ບ້ານວັດທະນະທຳ 424 ບ້ານ ເທົ່າກັບ 5,09% ແລະກຸ່ມບ້ານວັດທະນະທຳ 15 ກຸ່ມເທົ່າກັບ 1,52%, ສຳເລັດການຝຶກອົບຮົມວຽກງານການຄຸ້ມຄອງວັດທະນະທຳທົ່ວປະເທດ, ສຳເລັດການເປັນເຈົ້າການຮ່ວມກັບພະແນກວັດທະນະທຳຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວນະຄອນຫຼວງວຽງຈັນ ໃນການຈັດກິດຈະກຳປັ້ນຮູບປະຕິມະກຳຊາຍຢູ່ຫາດດອນຈັນ ເນື່ອງໃນໂອກາດຕ້ອນຮັບປີໃໝ່ ສົ່ງທ້າຍປີເກົ່າ 255, ເກັບກຳຂໍ້ມູນເພື່ອຟື້ນຟູ ສົ່ງເສີມເອກະລັກວັດທະນະທຳພື້ນເມືອງ ແລະຮີດຄອງປະເພນີລາວບັນດາເຜົ່າ, ຕິດຕາມກວດສອບວຽກງານຄຸ້ມຄອງໂຄສະນາປ້າຍ.

ສະນັ້ນໃນປີ 2017 ພາກສ່ວນກ່ຽວຂ້ອງຈະສືບຕໍ່ສ້າງຮ່າງດຳລັດວ່າດ້ວຍການສ້າງຄອບຄົວວັດທະນະທຳ, ບ້ານວັດທະນະທຳ, ກຸ່ມບ້ານວັດທະນະທຳໃຫ້ສຳເລັດ, ພ້ອມນັ້ນກໍສືບຕໍ່ຮ່າງດຳລັດວ່າດ້ວຍການຄຸ້ມຄອງປະເພນີ ແລະຂໍ້ກຳນົດວ່າດ້ວຍການຄຸ້ມຄອງສະໂມສອນວັດທະນະທຳ ແລະສືບຕໍ່ສ້າງຄອບຄົວວັດທະນະທຳໃຫ້ໄດ້ 60 ພັນຄອບຄົວ, ບ້ານວັດທະນະທຳ 400 ບ້ານ, ກຸ່ມບ້ານວັດທະນະທຳ 17 ກຸ່ມບ້ານ ແລະສ້າງບ້ານຕົວແບບທາງດ້ານວັດທະນະທຳໃຫ້ໄດ້ອີກ 2 ບ້ານ

ຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...