Homeຂ່າວຕ່າງປະເທດຈີນຢຸດການນຳເຂົ້າ ຖ່ານຫີນຈາກເກົາຫຼີເໜືອ

ຈີນຢຸດການນຳເຂົ້າ ຖ່ານຫີນຈາກເກົາຫຼີເໜືອ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 19 ກຸມພາ 2017 ຜ່ານມາວ່າ ທາງການຈີນຢຸດການນຳເຂົ້າຖ່ານຫີນຈາກເກົາເໜືອ ເຊິ່ງເລີ່ມໃນວັນທີ 19 ກຸມພາຜ່ານມານີ້ ລາຍງານຈາກກະຊວງພານິດ ຂອງປະເທດໄດ້ປະກາດຜ່ານເວັບໄຊ ເມື່ອວັນເສົາຜ່ານມາ ເຊິ່ງເປັນສ່ວນໜຶ່ງຂອງມາດຕະການຂວໍ້າບາດ ເຊິ່ງສະຫະປະຊາຊາດ ຕ້ອງການຕ້ານການທົດລອງອາວຸດຂອງເກົາຫຼີເໜືອ ເຊິ່ງຄຳປະກາດການຢຸດນຳເຂົ້ານີ້ ມີຜົນຈົນເຖິງທ້າຍປີ ຄືວັນທີ 31 ທັນວາ 2017

ການປະກາດລະງັບການນຳເຂົ້າມີຂຶ້ນເມື່ອບໍ່ດົນມານີ້ ຫຼັງທາງການເກົາຫຼີເໜືອເຮັດການທົດລອງຂີປະນາວຸດ ເຊິ່ງເປັນການທົດລອງຂີປະນາວຸດຄັ້ງທຳອິດ ຫຼັງຈາກໂດນັນ ທຣັມ ຂຶ້ນດຳລົງຕຳແໜ່ງເປັນປະທານາທິບໍດີຂອງສະຫະລັດ

ເມື່ອເດືອນເມສາ ປີ 2016 ຜ່ານມາ ທາງການຈີນເຄີຍອອກມາປະກາດວ່າ ຈະຢຸດການນໍາເຂົ້າສິນຄ້າຈາກເກົາຫຼີເໜືອ ຕາມນະໂຍບາຍຂອງສະຫະປະຊາຊາດ ຫາກເກົາຫຼີເໜືອຍັງດື້ຈະທົດສອບອາວຸດຕໍ່ໄປ, ທາງຫຼາຍຝ່າຍເຊື່ອວ່າປະທານາທິບໍດີຂອງຈີນ ກໍບໍ່ພໍໃຈກັບພຶດຕິກຳຂອງຜູ້ນຳເກົາຫຼີເໜືອຫຼາຍຂຶ້ນ ໃນຊ່ວງຫຼັງຜ່ານມານີ້

ທາງເກົາຫຼີເໜືອ ຖືໄດ້ວ່າເປັນຜູ້ຈັດສົ່ງຖ່ານຫີນໃຫ້ແກ່ຈີນ ດ້ວຍປະລິມານຫຼາຍທີ່ສຸດ ເປັນອັນດັບທີ  4 ຈາກການສຳຫຼວດເມື່ອປີ 2016 ເຊິ່ງເປັນຖ່ານຫີນຈໍານວນ 22.48 ລ້ານໂຕນ ເພີ່ມຂຶ້ນຈາກປີ 2015 ເປັນ 14.5% ແລະຫາກລວມຖ່ານຫີນປະເພດຂໍ້ມູນ ເມື່ອປີຜ່ານມາສະແດງໃຫ້ເຫັນວ່າ ເກົາຫຼີເໜືອໄດ້ຈັດ ສົ່ງຖ່ານຫີນໃຫ້ແກ່ຈີນຫຼາຍຂຶ້ 12% ສໍາລັບຖ່ານຫີນ ເປັນສິນຄ້າສົ່ງອອກສໍາຄັນຂະໜາດໃຫຍ່ຂອງປະເທດ ແລະຈີນກໍເຊື່ອກັນວ່າເປັນພຽງປະເທດດຽວ ທີ່ຮັບຊື້ຈາກປະເທດເກົາຫຼີເໜືອ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...