spot_img
Homeຂ່າວຕ່າງປະເທດນັກວິທະຍາສາດຄົ້ນພົບທະວີບໃໝ່ ໃຕ້ເກາະນິວຊີແລນ

ນັກວິທະຍາສາດຄົ້ນພົບທະວີບໃໝ່ ໃຕ້ເກາະນິວຊີແລນ

Published on

ຫຼັງຈາກການສຶກສາວິໄຈຕໍ່ເນື່ອງເປັນເວລາ 20 ປີ ທີມນັກວິທະຍາສາດໄດ້ຄົ້ນພົບທະວີບໃໝ່ ທີ່ຈົມຢູ່ໃຕ້ເກາະນິວຊີແລນມາດົນນານຫຼາຍຮ້ອຍລ້ານປີ ພວກເຂົາໄດ້ຕັ້ງຊື່ທະວີບນີ້ວ່າ ຊີແລນເດຍ (Zealandia) ແລະຫວັງວ່າມັນຈະຖືກບັນຈຸເປັນທະວີບທີ  8 ໃນອະນາຄົດ

ຜົນການສຶກສາໃໝ່ນີ້ ຖືກພິມລົງໃນວາລະສານ The Geological Society of America ເຊິ່ງທະວີບລຶກລັບດັ່ງກ່າວຖືກເຊື່ອງຕົວໄວ້ໃນບໍລິເວນຕາເວັນຕົກສ່ຽງໃຕ້ຂອງມະຫາສະໝຸດປາຊີຟິກ ເຊິ່ງຍາວຕັ້ງແຕ່ເກາະ New Caledonia ໄປຈົນເກາະເໜືອ ແລະເກາະຂອງປະເທດນິວຊີແລນ

ພື້ນທີ່ 94% ຂອງທະວີບຊີແລນເດຍ ຂະໜາດ 1.9 ລ້ານຕາລາງໄມ ຖືກຈົມຢູ່ໃຕ້ນໍ້າທະເລ ຂະໜາດຂອງທະວີບດັ່ງກ່າວທີ່ຈົມຢູ່ໃຕ້ນໍ້າມີຂະໜາດກວ້າງໃຫ່ທຽບເທົ່າກັບ 2 ໃນ 3 ຂອງທະວີບອອສເຕຣເລຍ ເຊິ່ງນັ້ນໝາຍຄວາມວ່າ ນິວຊີແລນ ແລະເກາະ New Caledonia ເປັນສ່ວນຍອດຂອງທະວີບທີ່ພົ້ນນໍ້າຂຶ້ນມາ ທີ່ວັດຕາມຫຼັກພູມສາດ

ທາງດ້ານນັກວິທະຍາສາດບອກວ່າ ທະວີບແຫ່ງນີ້ມີເກນເໝາະສົມຖືກຈັດເປັນອັນດັບທີ 8 ທຸກປະການເຊັ່ນ ລະດັບຄວາມສູງ ເມື່ອທຽບກັບພື້ນທີ່, ຄວາມຫຼາກຫຼາຍທາງທໍລະນີວິທະຍາ ໄປຈົນເຖິງເປືອກຂອງງທະວີບທີ່ໜາກວ່າພື້ນຂອງມະຫາສະໝຸດ, ການຄົ້ນພົບດັ່ງກ່າວ ບໍ່ໄດ້ເກີດຂຶ້ນຈາກຄວາມບັງເອີນ ແຕ່ເກີດຈາກການສຶກສາທີ່ຍາວນານກວ່າ 20 ປີ ທີ່ເຊື່ອວ່າເກາະທີ່ແຍກຕົວໂດດດ່ຽວນິວຊີແລນນີ້ ອາດມີຜືນແຜ່ນດິນເປັນຂອງຕົນເອງ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...