Homeຂ່າວເຫດການໂຄງການເຂື່ອນໄຟຟ້ານໍ້າຕົກ ເຊລະນອງ 3

ໂຄງການເຂື່ອນໄຟຟ້ານໍ້າຕົກ ເຊລະນອງ 3

Published on

ໃນວັນທີ 14 ກຸມພາ 2017 ຜ່ານມາ ຢູ່ທີ່ບ້ານນາກົກໂພ ເມືອງສາລະວັນ ແຂວງສາລະວັນ ໄດ້ມີພິທີ​ເປີດ​ບໍລິສັດ ແລະ ເປີດການ​ກໍ່ສ້າງ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ເຊລະ​ນອງ ໂດຍ​ມີ​ທ່ານ ຄຳ​ຈັນ ແຈ່ມ​ສະໝອນ ປະທານກວດກາພັກ-ລັດ ແຂວງ​ສາລະວັນ, ທ່ານ ສະໄໝ ໂພທິ​ສານ ຫົວໜ້າ​ຫ້ອງ​ວ່າການ​ປົກຄອງ​ແຂວງສາລະ​ວັນ, ທ່ານ​ນາງ ປານີ ທີລະກຸນ ປະທານ​ກຸ່ມ​ບໍລິສັດ ຂະ​ຍຸງຄຳ​ທີລະ​ກຸນ ປະທານ​ບໍລິສັດ​ ໄຟຟ້າ​ນ້ຳຕົກ​ເຊລະ​ນອງ 3 ພາວເວີ ຈຳກັດ ພ້ອມ​ດ້ວຍ​ບັນດາ​ພະແນກ​ການ ຄະນະ​ບໍລິຫານ​ກຸ່ມບໍລິສັດ ​ຂະ​ຍຸງ​ຄຳ​ທີລະ​ກຸນ ແລະ ແຂກ​ຖືກ​ເຊີນ​ເຂົ້າ.

ທ່ານ ຫັດສະດີ ທີລະ​ກຸນ ຮອງປະທານ​ກຸ່ມ​ບໍລິສັດ ຂະ​ຍຸງ​ຄຳທີລະ​ກຸນ ຮອງ​ປະທານ​ບໍລິສັດ ໄຟຟ້າ​ນ້ຳຕົກ​ເຊລະ​ນອງ 3 ພາວ​ເວີ ຈຳກັດ ກ່າວ​ວ່າ: ເຂື່ອນ​ໄຟຟ້າ​ນ້ຳຕົກ​ເຊລະ​ນອງ 3 ຕັ້ງ​ຢູ່​ບ້ານ​ຕຸງຊະ ເມືອງ​ຕະ​ໂອ້ຍ ແຂວງ​ສາລະວັນ ມີ​ກຳລັງ​ການ​ຕິດ​ຕັ້ງ 12,5 ເມ​ກາ​ວັດ ສາມາດ​ຜະລິດ​ກະແສໄຟຟ້າໄດ້ 54,32 ຈີ​ກາ​ວັດ​ໂມງຕໍ່​ປີ ມູນ​ຄ່າ​ການ​ກໍ່ສ້າງ 31.712.830 ໂດ​ລາ​ສະຫະລັດ ຫຼື ປະມານ 256,36 ຕື້​ກີບ ພາຍຫຼັງ​ໂຄງການ​ໄດ້​ຮັບ​ອະນຸຍາດ​ດຳເນີນ​ໂຄງການ​ຈາກ ພັກ-ລັດ ອຳນາດ​ການ​ປົກຄອງ​ທ້ອງຖິ່ນ. ກຸ່ມບໍລິສັດ​ພວກ​ເຮົາ ​ກໍ່​ໄດ້​ສຸມ​ທຶນຮອນ​ເຂົ້າ​ໃນ​ການ​ສຶກ​ສາ​ຄວາມເປັນ​ໄປ​ໄດ້​ດ້ານ​ຕ່າງໆ ເຊິ່ງ​ເຫັນວ່າໂຄງການ​ນີ້ ​ເປັນ​ເສດຖະກິດມີ​ຜົນ​ກະທົບ​ໜ້ອຍ ສາມາດ​ລົງທຶນ​ໄດ້ ແລະ ໄດ້​ລົງ​ນາມ​ສັນຍາຄຸ້ມ​ຄອງ​ໂຄງການ​ໃນ​ເດືອນ​ສິງຫາ 2016 ພ້ອມ​ທັງ​ສຳເລັດ​ການສ້າງຕັ້ງ​ບໍລິສັດ​ໂຄງການ ເຈລະຈາ​ຊື້-ຂາຍ​ໄຟຟ້າ​ກັບ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ແລະ ກຽມ​ຊົດເຊີຍ​ຜົນ​ກະທົບ​ຕາມ​ລະບຽບ​ການ ປັດຈຸບັນ ພວກ​ເຮົາ​ມີ​ຄວາມ​ພ້ອມທຸກ​ດ້ານ ແລະ ຈະ​ລົງມື​ກໍ່ສ້າງເປັນ​ທາງ​ການ ໃນ​ທ້າຍ​ປີ 2017 ໂດຍ​ຈະ​ໃຊ້​ເວລາ​ກໍ່ສ້າງ 3 ປີ ຈາກ​ນັ້ນ ກໍ່​ຈະ​ເລີ່ມ​ຜະລິດ​ຂາຍໃຫ້​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ເພື່ອ​ສະໜອງ​ໃຫ້​ປະຊາຊົນ​ທີ່​ມີຄວາມ​ຕ້ອງການ​ໂຄງການ​ເຂື່ອນໄຟຟ້າ​ນ້ຳຕົກ​ເຊລະ​ນອງ 3 ນອກຈາກ​ຈະ​ປະກອບສ່ວນ​ໃນ​ການ​ພັດທະນາ​ພະລັງງານ​ໄຟຟ້າ​ຂອງ​ພັກ ແລະ ລັດຖະບານ​ແລ້ວ ຍັງ​ຈະນຳ​ຜົນ​ປະໂຫຍດ​ຫຼາຍ​ຢ່າງ​ມາສູ່ປະຊາຊົນ ໂດຍ​ສະເພາະ ການພັດທະນາ​ພື້ນຖານ​ໂຄງ​ລ່າງ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ​ທ້ອງຖິ່ນ ແລະ ເຂດ​ໃກ້​ຄຽງ.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...