Homeຂ່າວຕ່າງປະເທດຊາຍຈີນມີດຕົກສຽບກະໂຫລກຫົວ ລອດຕາຍປາຕິຫານ!

ຊາຍຈີນມີດຕົກສຽບກະໂຫລກຫົວ ລອດຕາຍປາຕິຫານ!

Published on

 

ສຳນັກຂ່າວຕ່າງປະເທດລາຍງານມື້ວັນທີ 12 ສິງຫາ 2014 ຜ່ານມາວ່າ ຊາຍຈີນອາຍຸ 57 ປີ ເຊິ່ງອາໄສຢູ່ໃນເຂດ

ກ່ວນຢວນ ແຂວງເສສວນຂອງຈີນ ກຳລັງເປັນກະແສດັງໃນເຄືອຂ່າຍສັງຄົມອອນລາຍຂອງຈີນໃນຂະນະນີ້

ຫຼັງຈາກເກີດເຫດມີດຫຼົ່ນມາຈາກລະບຽງຂອງອາພາດເມັ້ນທີ່ເຂົາຍ່າງຜ່ານ ຕົກໃສ່ຫົວຂອງເຂົາພໍດີ ໂດຍມີດ

ຂະໜາດ 5 ນິ້ວ ໄດ້ເຈົ້າເຂົ້າກະໂຫຼກເລິກລົງໄປເຖິງສະໝອງປະມານ 12 ຊັງຕີແມັດ.

 

ຊາຍຄົນດັ່ງກ່າວເປີດເຜີຍວ່າ ໃນຂະນະທີ່ເກີດເຫດນັ້ນ ເຂົາຍ່າງຜ່ານບໍລິເວນດັ່ງກ່າວ ແລະ ພໍຜ່ານມາໄດ້ໄລຍະ

ໜຶ່ງ ເຂົາຮູ້ສຶກວ່າຫົວຂອງເຂົາໜັກຂຶ້ນ ເຊິ່ງຄົນທີ່ຍ່າງຜ່ານມາເຫັນເຂົາກໍພາກັນຕົກໃຈຮ້ອງຂຶ້ນ ແລ້ວຊີ້ບອກ

ໃຫ້ເຂົາຮູ້ໂຕວ່າ ມີມຽດສຽບຢູ່ເທິງຫົວຂອງເຂົາ ເຊິ່ງເຄາະດີທີ່ມີຄົນໂທແຈ້ງລົດໂຮງໝໍມາຊ່ວຍໄດ້ທັນ ແລະ ໃນ

ທີ່ສຸດແພດກໍສາມາດຜ່າຕັດນຳເອົາມີດໃນກະໂຫລກອອກມາໄດ້ ໂດຍອາການຂອງເຂົາຄ່ອຍໆດີຂຶ້ນຕາມລຳດັບ.

 

ທັງນີ້ ຜູ້ທີ່ເປັນເຈົ້າຂອງມີດເຫລັ້ມດັ່ງກ່າວ ໄດ້ມາສະແດງໂຕເພື່ອຮັບຜິດຊອບຄ່າຮັກສາພະຍາບານສ່ວນໜຶ່ງ

ພ້ອມກັບເປີດເຜີຍວ່າ ເຂົາຢູ່ຊັ້ນທີ 8 ຂອງຕຶກອາພາດເມັ້ນດັ່ງກ່າວ ກຳລັງໃຊ້ມີດເຫຼັ້ມນັ້ນຄົວກິນຢູ່ ແລະ ວາງ

ມັນໄວ້ບໍລິເວນກະຖາງຕົ້ນໄມ້ນອກລະບຽງ ໂດຍບໍ່ຄິດວ່າມັນຈະຕົກລົງມາສຽບເຂົ້າຫົວຂອງຄົນທີ່ຢູ່ດ້ານລຸ່ມ

ສ່ວນສາເຫດທີ່ຄິດວ່າມີດຕົກລົງມານັ້ນ ອາດແມ່ນຍ້ອນກະແສລົມພັດ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...