Homeນານາສາລະວິທີແກ້ແບັດເຕີຣີ່ເສື່ອມ

ວິທີແກ້ແບັດເຕີຣີ່ເສື່ອມ

Published on

ແບັດເຕີຣີ່ເສື່ອມ ເຮັດແນວໃດ ມາເບິ່ງວິທີແກ້ໄຂໃຫ້ແບັດກັບມາໃຊ້ໄດ້ດີຄືເກົ່າ, ແຕ່ສຳລັບແບັດທີ່ຍັງບໍ່ໃຄ່ຂຶ້ນ ສາມາດເຮັດໃຫ້ກັບມາໃຊ້ໄດ້. ເຈົ້າຄົງເຄີຍປະສົບກັບບັນຫາ ແບັດໂທລະສັບ, ແບັດຄອມພິວເຕີ ທີ່ເຮົາມັກໃຊ້ເກັບໄຟບໍ່ໄດ້ ແຕ່ສະພາບພາຍນອກຍັງດີ ແລະບໍໍ່ບວມໃຄ່, ມື້ນີ້ ລາວໂພສຕ໌ ມີວິທີແກ້ໄຂບັນຫາແບັດບໍ່ເກັບໄຟມາຝາກ

ເຊິ່ງທ່ານອາດຍັງສົງໄສວ່າ ຈະສາມາດກັບມາໃຊ້ໄດ້ແທ້ຫຼືບໍ່? ຈາກການທົດລອງເຮັດເບິ່ງແລ້ວກັບແບັດ ASUS P 535 ປາກົດວ່າສາມາດໃຊ້ໄດ້ຄືກັບຊື້ໃໝ່

  1. ເອົາແບັດເຕີຣີ່ເສື່ອມ (ທີ່ຍັງບໍ່ບວມ) ແລ້ວເອົາໜັງສືພິມ ມາຫໍ່ 3 ຊັ້ນໃຫ້ຮຽບຮ້ອຍ ແລ້ວຮັດດ້ວຍໜັງຢາງໃຫ້ແໜ້ນ ເພື່ອໃຫ້ໜັງສືພິມດູດຊຶມຄວາມຊື້ນ ແລະປ້ອງກັນຄວາມຊື້ນເຂົ້າແຜງວົງຈອນແບັດບາງຊະນິດ
  2. ເອົາໃສ່ກັບພາສຕິກ ຫຼືຖົງຢາງພາສຕິກ ແລ້ວປິດໃຫ້ແໜ້ນ
  3. ເອົາໄປແຊ່ໃນຕູ້ເຢັນຊ່ອງແຂງ
  4. ແຊ່ໄວ້ໃນຕູ້ເຢັນປະມານ 3-7 ວັນ
  5. ເມື່ອຄົບຕາມກຳນົດແລ້ວ ກໍເອົາອອກມາແລ້ວແກະໜັງສືພິມອອກ ມາປະໄວ້ໃນອຸນຫະພູມຫ້ອງປະມານ 2 ວັນ ຫຼືຈົນກວ່າຈະບໍ່ມີອາຍນໍ້າ
  6. ຫຼັງຈາກແຫ້ງແລ້ວ ກໍເອົາມາໃສ່ໃນໂທລະສັບແລ້ວ ເອົາມາສາກປະໄວ້ປະມານ 8 ຊົ່ວໂມງ ເພື່ອກະຕຸ້ນເຊວ

ພຽງແຕ່ທ່ານເຮັດເທົ່ານີ້ ກໍເຮັດໃຫ້ແບັດໃຊ້ໄດ້ປົກກະຕິ ແລະບໍ່ຕ້ອງເປືອງເງິນຊື້ແບັດໃໝ່ອີກ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...