Homeຂ່າວເຫດການລັດ ພິຈາລະນາຮ່າງກົດໝາຍຄືນໃໝ່

ລັດ ພິຈາລະນາຮ່າງກົດໝາຍຄືນໃໝ່

Published on

ໃນວັນທີ 15 ກຸມພາ 2017 ຜ່ານມາທີ່ ຫ້ອງປະຊຸມສຳນັກງານນາຍົກລັດຖະມົນຕີ ໄດ້ເປີດກອງປະຊຸມລັດຖະບານສະໄໝວິສາມັນປະຈຳ ເດືອນກຸມພາ 2017 ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພາຍໃນກອງປະຊຸມໄດ້ຮັບຟັງ ແລະພິຈາລະນາຮ່າງກົດໝາຍ 9 ສະບັບ ປະກອບມີ: ຮ່າງກົດໝາຍວ່າດ້ວຍສົນທິສັນຍາ ແລະສັນຍາສາກົນ, ຮ່າງປະມວນກົດໝາຍແພ່ງ, ຮ່າງປະມວນກົດໝາຍອາຍາສະບັບປັບປຸງ ພາຍຫຼັງນຳເຂົ້າ ທາບທາມໃນກອງປະຊຸມສະໄໝ ສາມັນ ເທື່ອທີ II ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 16 ພະຈິກ 2016, ຮ່າງກົດໝາຍວ່າດ້ວຍອົງການກາແດງລາວ, ຮ່າງກົດໝາຍວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ສະບັບປັບປຸງ, ຮ່າງກົດໝາຍວ່າດ້ວຍຄື້ນຄວາມຖີ່ວິທະຍຸ, ຮ່າງກົດໝາຍວ່າດ້ວຍ ສິລະປະການສະແດງ, ຮ່າງກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນແຫຼ່ງນ້ຳ ແລະ ຮ່າງກົດໝາຍວ່າດ້ວຍການປົກປ້ອງອຸດສາຫະກຳພາຍໃນ.

ຈາກນັ້ນບັນດາສະມາຊິກລັດຖະບານ ກໍໄດ້ປະກອບ ຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ແຕ່ລະສະບັບຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນຮັດກຸມ ແລະອຸດົມສົມບູນຂຶ້ນ, ກ່ອນຈະນຳສະເໜີເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງກອງປະຊຸມລັດຖະບານສະໄໝວິສາມັນປະຈຳເດືອນກຸມພານີ້ ຈະໄດ້ສືບຕໍ່ ຈົນຮອດວັນທີ 16 ກຸມພາ ຈຶ່ງຈະປິດລົງ.

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...