Homeຂ່າວຕ່າງປະເທດຫວຽດນາມປັບໜັກ 2 ລ້ານດົງ ຢືນຍ່ຽວທົ່ວທີບໃນເມືອງຫລວງ ຕຳຫລວດນອກເຄື່ອງແບບຈັບ 3 ຄົນທຳອິດ

ຫວຽດນາມປັບໜັກ 2 ລ້ານດົງ ຢືນຍ່ຽວທົ່ວທີບໃນເມືອງຫລວງ ຕຳຫລວດນອກເຄື່ອງແບບຈັບ 3 ຄົນທຳອິດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ກຸມພາຜ່ານມານີ້ວ່າ ເຈົ້າໜ້າທີ່ຕຳຫລວດຫວຽດນາມ ໄດ້ດຳເນີນການຈັບກຸມ ຄົນຂັບລົດແທັກຊີ 3 ຄົນ ເພື່ອປັບໄໝເປັນກໍລະນີທຳອິດ ຫລັງຈາກລະເມີດຂໍ້ຫ້າມດ້ວຍການຢືນຍ່ຽວໃສ່ເຂດສາທາລະນະ ໂດຍອາໄສພາບຈາກກ້ອງວົງຈອນປິດ ແລະ ເຈົ້າໜ້າທີ່ຕຳຫລວດນອກເຄື່ອງແບບ ບຸກເຂົ້າຈັບກຸມໃນທັນທີ ຊຶ່ງເປັນມາດຕະການໜຶ່ງ ເລີ່ມມີຜົນບັງຄັບໃຊ້ ແຕ່ວັນທີ 1 ກຸມພາຜ່ານມາ ເພື່ອແກ້ໄຂບັນຫາການຖ່າຍເບົາທົ່ວທີບ ໃຂເຂດຕົວເມືອງຫລວງຂອງຫວຽດນາມ ຊຶ່ງມີມາຍາວນານນັບສະຕະວັດ ແລະ ກາຍເປັນຄວາມລຶ້ງເຄີຍທົ່ວໄປຂອງຄົນໃນທ້ອງຖິ່ນ.

ຜູ້ກະທຳຜິດທັງ 3 ຄົນດັ່ງກ່າວນີ້ ໄດ້ຖືກຈັບກຸມໃນຂະນະຢືນຍ່ຽວໃສ່ກຳແພງ ເມື່ອວັນຈັນທີ 13 ກຸມພາຜ່ານມາ ຢູ່ເຂດຮວາງມາຍ (Hoang Mai) ນະຄອນຫລວງຮ່າໂນ້ຍ ໂດຍໄດ້ຖືກປັບໃໝເປັນເງິນຄົນລະ 2,000,000 ດົງ ຫລື ປະມານ 88 ໂດລາສະຫະລັດຯ.​  ແຫລ່ງຂ່າວທາງການຂອງຫວຽດນາມລະບຸວ່າ ການປັບໄໝຢ່າງໜັກໃນຄັ້ງທຳອິດນີ້ ເປັນພຽງມາດຕະການໜຶ່ງເທົ່ານັ້ນ, ຖ້າຫາກມີການກະທຳຜິດໃນຄັ້ງຕໍ່ໄປ ແມ່ນຈະມີການປັບໄໝ ພ້ອມທັງສົ່ງໄປອອກແຮງງານຮັບໃຊ້ສັງຄົມ ແລະ ຫາກຍັງຝ່າຝືນກະທຳຜິດອີກ ກໍຈະຖືກນຳສົ່ງໄປສູນດັດສ້າງ.

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...