Homeຂ່າວ​ໄອ​ທີຂ່າວລື! Nokia ອາດເປີດໂຕໂທລະສັບໃໝ່ 3 ລຸ້ນທີ່ງານ MWC 2017

ຂ່າວລື! Nokia ອາດເປີດໂຕໂທລະສັບໃໝ່ 3 ລຸ້ນທີ່ງານ MWC 2017

Published on

ອີງຕາມຂ່າວລືຈາກມື້ກ່ອນນີ້, ເຮົາຮູ້ວ່າ Nokia ຈະເປີດໂຕໂທລະສັບລຸ້ນໃໝ່ 3 ລຸ້ນທີ່ງານ MWC 2017 ທີ່ຈະຈັດຂຶ້ນຢູ່ Barcelona ໃນເດືອນນີ້. ໂດຍ 3 ລຸ້ນນີ້ໄດ້ແກ່: Nokia 3 ແລະ 5 ທີ່ເປັນລະບົບ Android ແລະລຸ້ນສຸດທ້າຍກໍຄື Nokia 3310 ທີ່ເປັນລຸ້ນໃນຕຳນານຂອງທາງບໍລິສັດເລີຍ!

ຢ່າງໃດກໍຕາມຂ່າວລືຕ່າງໆກໍຫຼຸດອອກມາ ໜຶ່ງໃນນັ້ນກໍຄືສະເປັກຂອງ Nokia 5 ທີ່ຈະມາພ້ອມຈໍຂະໜາດ 5.2 ນິ້ວ, RAM 2GB ແລະກ້ອງ 12 ລ້ານພິກເຊວ, ເຊິ່ງທັງໝົດນີ້ຈະຂາຍທີ່ລາຄາປະມານ $200. ສ່ວນທາງດ້ານ Nokia 3 ທີ່ມີຂ່າວລືວ່າຈະເປັນລຸ້ນທີ່ເຮັດມາລົ້ມໄອໂຟນ ແຕ່ເບິ່ງຄືວ່າຈະບໍ່ເປັນແບບນັ້ນແລ້ວ ເພາະມີສະເປັກຫຼຸດອອກມາວ່າຈະມາພ້ອມຈໍຂະໜາດ 5.2 ນິ້ວ, ຄວາມລະອຽດ HD, ໃຊ້ຊິບ Snapdragon 425, RAM 2GB, ROM 16GB ແລະກ້ອງໜ້າ 5 ລ້ານພິກເຊວ, ໂດຍລຸ້ນນີ້ຈະມີລາຄາຢູ່ທີ່ປະມານ $150. 

ສຳລັບ Nokia 3 ນັ້ນອາດຈະວາງຂາຍໃນຊ່ວງເດືອນມີນາ ຫຼື ເດືອນເມສານີ້ ແລະຈະວາງຂາຍໃນ “ຕະຫຼາດໂລກ” ເຊິ່ງຕ່າງຈາກ Nokia 6 ທີ່ເປັນລຸ້ນຂາຍສະເພາະປະເທດຈີນເທົ່ານັ້ນ. 

ທີ່ມາ: phonearena

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...